ແບບແຜນຊີວິດແຂວງຢູນນານ: “ງານລ້ຽງສະຫຼອງປາທັງຕົວທີ່ໜອງເອີໄຮ” ຂອງກິ່ງແຂວງຕ້າຫຼີ ຈະມີໜ້າຕາຄືແນວໃດ?

2023-11-20 17:13:17
ມາຈາກ:

ວັດທະນະທໍາອາຫານການກິນຂອງກິ່ງແຂວງຕ້າຫຼີ ສປ ຈີນ ມີປະຫວັດສາດມາແຕ່ບູຮານນະການ.​ໄປຄຽງຄູ່ກັບລະດັບຊີວິດການເປັນຢູ່ຂອງປະຊາຊົນຖືກຍົກສູງຂຶ້ນເປັນກ້າວໆ, ສູດປຸງແຕ່ງອາຫານພື້ນເມືອງຂອງຕ້າຫຼີກໍມີການປັບປຸງ ແລະ ການປະດິດສ້າງໃໝ່ຢ່າງຕໍ່ເນື່ອງ.

ຫຼັງຈາກງານການແຂ່ງຂັນປຸງແຕ່ງອາຫານຈີນລະດັບມືອາຊີບນະຄອນຕ້າຫຼີ ແລະ ງານເທດສະການວັດທະນະທໍາອາຫານປາຢູ່ໜອງເອີໄຮ (ໜອງແສ) ໄດ້ອັດລົງ, “ງານລ້ຽງອາຫານປາຢູ່ໜອງເອີໄຮ” ທີ່ຄົ້ນຄວ້າປຸງແຕ່ງໂດຍສະມາຄົມຂະແໜງການອາຫານການກິນ, ມີວິທີປຸງແຕ່ງຫຼາກຫຼາຍ ມີຮູບຊົງເປັນເອກະລັກພິເສດ ແລະ ຫຼາຍສີສັນ ໄດ້ເຮັດໃຫ້ຄົນປະທັບໃຈຫຼາຍ.

ຕົວເມືອງແຫ່ງໜຶ່ງຈະມີກິ່ນອາຍລົດຊາດຂອງຕົວເມືອງແຫ່ງນັ້ນ, ອາຫານປາທັງຕົວຢູ່ໜອງເອີໄຮ ທີ່ທັງແຊບຊ້ອຍ ທັງສວຍງາມຕະການຕາ, ບໍ່ພຽງແຕ່ເປັນອາຫານເລີດລົດເທິງປາຍລີ້ນເທົ່ານັ້ນ, ມັນຍັງໄດ້ບົ່ມເພາະວັດທະນະທໍາອາຫານການກິນທີ່ເປັນເອກະລັກພິເສດຂອງດິນແດນແຫ່ງນີ້ອີກດ້ວຍ.
ແຫຼ່ງຂ່າວ: ສູນສື່ມວນຊົນໃໝ່ຕ້າຫຼີ

ແບບແຜນຊີວິດແຂວງຢູນນານ: “ງານລ້ຽງສະຫຼອງປາທັງຕົວທີ່ໜອງເອີໄຮ” ຂອງກິ່ງແຂວງຕ້າຫຼີ ຈະມີໜ້າຕາຄືແນວໃດ?