ເປີດຕະຫຼາດນັດຊາຍແດນຈີນ-ລາວ-ຫວຽດນາມ ທີ່ດ່ານສາກົນເມືອງໂມງຄາງ! ກິ່ນອາຍແຫ່ງຄວາມຄຶກຄັກກັບຄືນມາອີກຄັ້ງ!

2023-11-20 17:17:22
ມາຈາກ:

ໄປຄຽງຄູ່ກັບດ່ານສາກົນເມືອງໂມງຄາງ (Mengkang) ທີ່ເມືອງປົກຄອງຕົນເອງເຜົ່າຮານີ-ເຜົ່າຢີ ຈ່ຽງເຊີງ (Jiangcheng) ນະຄອນພູເອີ ແຂວງຢູນນານ ໄດ້ຟື້ນຟູການຜ່ານດ່ານໃຫ້ຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ, ຈໍານວນປະຊາຊົນຂອງປະເທດຈີນ, ລາວ, ຫວຽດນາມທີ່ມາຜ່ານດ່ານເມືອງໂມງຄາງກໍນັບມື້ນັບຫຼາຍຂຶ້ນ. ວັນທີ 11 ພະຈິກຜ່ານມາ, ຫຼັງຈາກປິດຕະຫຼາດ 4 ປີ, ຕະຫຼາດນັດຊາຍແດນຈີນ-ລາວ-ຫວຽດນາມ ທີ່ດ່ານສາກົນເມືອງໂມງຄາງໄດ້ເປີດຕະຫຼາດຄືນໃໝ່, ພາບບັນຍາກາດທີ່ຄຶກຄື້ນກໍກັບຄືນມາອີກຄັ້ງ, ມີນັກທ່ອງທ່ຽວຄຽງບ່າຄຽງໄຫຼ່ບຽດສຽດກັນມາເລາະຕະຫຼາດ, ກິ່ນອາຍແຫ່ງຄວາມຄຶກຄັກກັບຄືນມາອີກຄັ້ງ.

ແຫຼ່ງຂ່າວ: ສູນສື່ມວນຊົນໃໝ່ຈ່ຽງເຊີງ

 

 

ເປີດຕະຫຼາດນັດຊາຍແດນຈີນ-ລາວ-ຫວຽດນາມ ທີ່ດ່ານສາກົນເມືອງໂມງຄາງ! ກິ່ນອາຍແຫ່ງຄວາມຄຶກຄັກກັບຄືນມາອີກຄັ້ງ!