ສະຫຼອງບຸນພານຫວັງ ທີ່ຕາແສງຢ້າວຊານ ເມືອງເຫີໂຂວແຂວງຢູນນານ

2023-11-24 18:53:08
ມາຈາກ:

ຮ້ອງເພງພານຫວັງ, ຟ້ອນລໍາກອງຍາວ, ກິນງານລ້ຽງພານຫວັງ... ວັນທີ 16 ພະຈິກຜ່ານມາ, ບຸນພານຫວັງຂອງເຜົ່າຢ້າວ ຄັ້ງທີ 17 ແລະ ກິດຈະກໍາການແລກປ່ຽນວັດທະນະທໍາ ສືບທອດ ມໍລະດົກວັດທະນະທໍານາມມະທໍາໄດ້ຈັດຂຶ້ນຢູ່ ຕາແສງຢ້າວຊານ (Yaoshan) ເມືອງເຫີໂຂວ (Hekou) ກິ່ງແຂວງປົກຄອງຕົນເອງເຜົ່າຮານີ-ເຜົ່າຢີ ຫົງເຫີ (Honghe) ແຂວງຢູນນານ. ຍາດຕິພີ່ນ້ອງ ທັງພາຍໃນ ແລະ ຕ່າງແຂວງຢູນນານ ກັບ ໝູ່ເພື່ອນທີ່ມາຈາກວົງການຕ່າງໆ ໄດ້ເຕົ້າໂຮມກັນຢູ່ສະໜາມພານຫວັງ ຕາແສງຢ້າວຊານ ເພື່ອພ້ອມກັນສະເຫຼີມສະຫຼອງ ບຸນພານຫວັງຢ່າງເບີກບານມ່ວນຊື່ນ.

ບຸນພານຫວັງຂອງເຜົ່າຢ້າວ ຫຼືທີ່ຮູ້ຈັກກັນໃນຊື່ວ່າ ຄວາມມຸ່ງຫວັງຂອງພານຫວັງ, ເປັນບຸນປະເພນີທີ່ປະຊາຊົນເຜົ່າຢ້າວ ລະນຶກເຖິງບັນພະບຸລຸດຂອງພວກເຂົາ ເຈົ້າພານຫວັງ, ມາຮອດປັດຈຸບັນນີ້ໄດ້ມີ ປະຫວັດສາດຍາວນານກວ່າພັນປີ. ບຸນພານຫວັງ ໄດ້ບັນຈຸອົງປະກອບວັດທະນະທໍາຊົນເຜົ່າ ໃນດ້ານການປ່ຽນແປງທາງປະຫວັດສາດ, ຮີດຄອງປະເພນີ, ການເຊື່ອຖືສາສະໜາ, ການສັກກາລະບູຊາສັນຍະລັກໂຕເຕີນ ແລະ ສະຕິປັນຍາ ຈິດໃຈຄວາມຮູ້ສຶກ ຂອງເຜົ່າຢ້າວ. ເດືອນມິຖຸນາ 2006, ບຸນພານຫວັງ ຖືກຈັດເຂົ້າບັນຊີລາຍຊື່ ມໍລະດົກວັດທະນະທໍານາມມະທໍາລະດັບຊາດງວດທໍາອິດຂອງຈີນ.

ແຫຼ່ງຂ່າວ: ເວັບໄຊຢູນນານ ບັນນາທິການ: Yang Chunmei

ສະຫຼອງບຸນພານຫວັງ ທີ່ຕາແສງຢ້າວຊານ ເມືອງເຫີໂຂວແຂວງຢູນນານ