ທິວທັດຫິມະໜອງນາພາ ສໍາຜັດປະສົບການລະດູໜາວທີ່ແຕກຕ່າງຂອງຢູນນານ

2023-11-27 19:28:58
ມາຈາກ:

ຫວ່າງມໍ່ໆມານີ້, ຫຼາຍສະຖານທີ່ຂອງແຂວງຢູນນານໄດ້ຕ້ອນຮັບອາກາດຫິມະ, ນະຄອນຊາງກຣີລາ (Shangri-la) ກິ່ງແຂວງປົົກຄອງຕົນເອງເຜົາຈ້າງ ຕີຊີ້ງ (Diqing Tibetan Autonomous Prefecture) ກໍໄດ້ພົບຫິມະຄັ້ງທໍາອິດໃນລະດູໜາວຂອງປີນີ້.

ເຂດອະນຸລັກທໍາມະຊາດໜອງນາພາ (Napa Lake) ລະດັບແຂວງ ຕັັ້ງຢູ່ນະຄອນຊາງກຣີລາ, ຢູ່ທີ່ນີ້ມີດິນດໍານໍ້າຊຸ່ມຕາມລະດູການທີ່ເປັນລັກສະນະຕົວແທນທີ່ສຸດທີ່ຢູ່ເສັ້ນຂະໜານຕໍ່າ ແລະ ມີລະດັບຄວາມສູງຈາກໜ້ານໍ້າທະເລຂອງແຂວງຢູນນານ, ພ້ອມທັງເປັນເຂດທ່ອງທ່ຽວທີ່ເປັນເອກະລັກທີ່ສຸດຂອງພູພຽງ. ໃນມື້ນັ້ນ, ອາກາດຂອງຊາງກຣີລາ ຈາກຫິມະຫັນປ່ຽນເປັນອາກາດດີມີແດດອອກ, ໄປຄຽງຄູ່ກັບອຸນຫະພູມທີ່ສູງຂຶ້ນ, ຫິມະຄ່ອຍໆລະລາຍກາຍເປັນນໍ້າ. ຢູ່ຕາມຖະໜົນອ້ອມຮອບໜອງນາພາ ມີນັກທ່ອງທ່ຽວຈໍານວຍບໍ່ໜ້ອຍມາທ່ຽວແບບຂັບລົດດ້ວຍຕົນເອງ, ຂີ່ລົດຖີບ, ຖ່າຍພາບຕ່າງໆ, ເພື່ອບັນທຶກທິວທັດອັນສວຍງາມຂອງລະດູໜາວ, ສໍາຜັດ “ວິຖີຊີວິດແຂວງຢູນນານ”.
ແຫຼ່ງຂ່າວ: ເວັບໄຊຢູນນານ ບັນນາທິການ: Yang Chunmei

ທິວທັດຫິມະໜອງນາພາ ສໍາຜັດປະສົບການລະດູໜາວທີ່ແຕກຕ່າງຂອງຢູນນານ