ໝູ່ບ້ານກາຍເປັນແຫຼ່ງທ່ອງທ່ຽວ, ການທ່ອງທ່ຽວຊົນນະບົດເຮັດໃຫ້ໝູ່ບ້ານນ້ອຍແຫ່ງນີ້ທີ່ແຂວງຢູນນານ ມີຊີວິດຊີວາຂຶ້ນມາ

2023-11-29 17:12:09
ມາຈາກ:

ໃນລະດູໃບໄມ້ຫຼົ່ນ ຖະໜົນຫົນທາງຂອງບ້ານຊີເປ (Qibie) ເຕັມໄປດ້ວຍໃບໄມຫຼົ່ນສີເຫຼືອງຄໍາ, ມີບ້ານພັກ (Homestay) ທີ່ມີເອກະລັກຂອງໃຜຂອງມັນຫຼາຍແຫ່ງ ໄດ້ກະແຈກກະຈາຍຢູ່ກ້ອງຕົ້ນໝາກກໍ່ ແລະ ຕົ້ນໝາກສະໝອງ...

ຊຸມປີມານີ້, ຕາແສງຖາເສີງ (Tacheng) ເມືອງປົກຄອງຕົນເອງເຜົ່າລີ້ຊູ້ ເວີຍຊີ (Weixi Lisu Autonomous County) ກິ່ງແຂວງປົກຄອງຕົນເອງເຜົ່າຈ້າງ ຕີຊີ້ງ (Diqing Tibetan Autonomous Prefecture) ແຂວງຢູນນານ ອາໄສທ່າແຮງທີ່ອ້ອມຮອບດ້ວຍພູຜາສາຍນໍ້າ ແລະ ມີວັດທະນະທໍາເປັນເອກະລັກ, ອອກແຮງພັດທະນາການທ່ອງທ່ຽວຊົນນະບົດ, ສົ່ງເສີມໃຫ້ຊາວບ້ານທີ່ມີເງື່ອນໄຂພຽບພ້ອມ ເປີດບ້ານພັກ. ໃນນັ້ນ, ບ້ານຊີເປ ໄດ້ນໍາໃຊ້ທັດສະນີຍະພາບທີ່ສວຍສົດງົດງາມຈາກທໍາມະຊາດ ແລະ ວັດທະນະທໍາຊົນເຜົ່າທີ່ມີຫຼາກຫຼາຍສີສັນ ແລະ ຊັບພະຍາກອນຕ່າງໆ ຢ່າງເຕັມສ່ວນ ພ້ອມທັງອີງໃສ່ແນວທາງການພັດທະນາແບບ “ເຮັດໃຫ້ໝູ່ບ້ານກາຍເປັນແຫຼ່ງທ່ອງທ່ຽວ, ສວນນາກາຍເປັນສວນສາທາລະນະ, ບ້ານເອກະຊົນກາຍເປັນບ້ານພັກ, ຊາວບ້ານກາຍເປັນນັກສະແດງ” ເອົາທິວທັດທໍາມະຊາດເຊື່ອມໂຍງ ກັບວັດທະນະທໍາຊົນເຜົ່າທີ່ມີເອກະລັກຂອງທ້ອງຖິ່ນ, ຕັ້ງໜ້າພັດທະນາຂະແໜງການວັດທະນະທໍາເຊີງທ່ອງທ່ຽວ.

“ບ້ານພັກຂອງເຮົາເປັນສະໄຕຣເຜົ່ານາຊີ, ເດືອນມີນາປີນີ້ຫາກໍ່ເປີດບໍລິການ. ເພື່ອດຶງດູດລູກຄ້າມາໃຊ້ບໍລິການຄືນໃໝ່, ຍັງໄດ້ພັດທະນາກິດຈະກໍາຫຼາຍຢ່າງ, ເຊັ່ນ:​ ໄປເກັບເຫັດປ່າຢູ່ເທີງພູ, ເຮັດນໍ້າເຕົ້າຮວາດ້ວຍຕົນເອງ ແລະ ອື່ນໆ.” ທ່ານນາງ ເຫີຢັ້ນຈູນ (He Yanqun) ຜູ້ຮັບຜິດຊອບບ້ານພັກມານລາເຢີ້ ທີ່ບ້ານຊີເປ ຕາແສງຖາເສີງ ທັງຍິ້ມທັງກ່າວວ່າ, ປັດຈຸບັນນີ້, ບ້ານພັກ ມານລາເຢີ້ ໄດ້ສ້າງພາບພົດທີ່ດີ, ລູກຄ້າບາງຄົນໄດ້ເອົາຮູບຖ່າຍບ້ານພັກລົງໂພສໃນສື່ສັງຄົມອອນລາຍແລ້ວ, ໄດ້ດຶງດູດນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນມາສໍາຜັດກັບຊີວິດການເປັນຢູ່ໃນຊົນນະບົດ.

ທ່ານ ເຫີສິນໄຮ(He Xinhai) ຜູ້ຮັບຜິດຊອບຂອງ ບໍລິສັດພັດທະນາຊົນນະບົດເຊີງການທ່ອງທ່ຽວ ລາພູຣົງ ຊາງກຣີລາຕີຊີ້ງ ກ່າວວ່າ, ໂຮງແຮມ ທຽນຢູ້ຖາເສີງ ທີ່ບໍລິສັດດໍາເນີນການເອງໄດ້ເລີ່ມເປີດບໍລິການຕັ້ງແຕ່ປີ 2017 ເປັນຕົ້ນມາ, ມາຮອດປັດຈຸບັນນີ້ໄດ້ຕົ້ນຮັບນັກທ່ອງທ່ຽວຫຼາຍກວ່າ 28.000 ເທື່ອຄົນ.
ແຫຼ່ງຂ່າວ: ເວັບໄຊຢູນນານ ບັນນາທິການ:​ Yang Chunmei

ໝູ່ບ້ານກາຍເປັນແຫຼ່ງທ່ອງທ່ຽວ, ການທ່ອງທ່ຽວຊົນນະບົດເຮັດໃຫ້ໝູ່ບ້ານນ້ອຍແຫ່ງນີ້ທີ່ແຂວງຢູນນານ ມີຊີວິດຊີວາຂຶ້ນມາ