ກິດຈະກໍາການວາງສະແດງຕາມທາງລົດໄຟລາວ-ຈີນກໍາລັງຈະເປີດສາກຂຶ້ນເພື່ອເຜີຍແຜ່ຜະລິດຕະພັນວັດທະນະທໍາ ແລະ ການທ່ອງທ່ຽວຕາມແລວທາງ

2023-12-01 13:22:37
ມາຈາກ:

 

ໃນນາມເປັນໜຶ່ງໃນກິດຈະກໍາຂອງງານຕະຫຼາດນັດການຄ້າການທ່ອງທ່ຽວສາກົນຈີນ ປີ 2023, ກິດຈະກໍາການວາງສະແດງຕາມທາງລົດໄຟລາວ-ຈີນ ທີ່ຮ່ວມຈັດຂຶ້ນໂດຍພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງຢູນນານ,ແລະ ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງ ຈະຈັດຂຶ້ນລະຫວ່າງວັນທີ 2 ຫາ ວັນທີ 9 ທັນວານີ້ ຊຶ່ງຈະໄດ້ຈັດຂຶ້ນໃນ 7 ຕົວເມືອງຕາມແລວທາງລົດໄຟລາວ-ຈີນ, ໂດຍມີຈຸດປະສົງເພື່ອຮ່ວມກັນປຶກສາຫາລຜະລິດຕະພັນດ້ານການທ່ອງທ່ຽວຕາມທາງລົດໄຟລາວ-ຈີນ ແລະ ແລກປ່ຽນກັບນັກທ່ອງທ່ຽວປະເທດທີ 3, ຮ່ວມກັນເລົ່າເລື່ອງລາວຂອງທາງລົດໄຟລາວ-ຈີນ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮ່ວມກັນຊອກຫາມາດຕະການສົ່ງເສີມການພັດທະນາການທ່ອງທ່ຽວສາກົນ.

ກິດຈະກໍາການວາງສະແດງຄັ້ງນີ້ຈະຈັດໂດຍຮູບແບບການສໍາມະນາ, Saloon, ການສະແດງຕ່າງໆທີ່ນະຄອນຄຸນໝິງ, ນະຄອນພູເອີ, ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັນນາ, ຫຼວງພະບາງ, ວັງວຽງ ແລະ ນະຄອນຫຼວງວຽງຈັນ.
ນັກຂ່າວ/ບັນນາທິການ:​ Yang Chunmei

ກິດຈະກໍາການວາງສະແດງຕາມທາງລົດໄຟລາວ-ຈີນກໍາລັງຈະເປີດສາກຂຶ້ນເພື່ອເຜີຍແຜ່ຜະລິດຕະພັນວັດທະນະທໍາ ແລະ ການທ່ອງທ່ຽວຕາມແລວທາງ