ເບິ່ງປີທ່ອງທ່ຽວ ລາວຈາກສາຍຕາ "ແຂວງຢູນນານ"

2023-12-01 13:43:43
ມາຈາກ:

ວັນທີ 23 ພະຈິກ​ນີ້, ພິທີເປີດປີທ່ອງທ່ຽວລາວ 2024ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໂດຍ​ພາ​ຍ​ໃຕ້​ຫົວ​ຂໍ້ “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ ທຳມະຊາດ ແລະ ປະຫວັດສາດ”. ຕາມຂ່າວ​ແຈ້ງວ່າ, ທາງລົດໄຟລາວ-ຈີນ ໄດ້ມີບົດບາດສໍາຄັນໃນການສົ່ງເສີມການທ່ອງທ່ຽວໃນປະເທດລາວຢ່າງຈະ​ແຈ້ງ. ນັບແຕ່ເປີດການນໍາໃຊ້ທາງລົດໄຟລາວ-ຈີນ ເປັນເວລາເກືອບ 2 ປີຜ່ານມາ, ທາງ​ລົດ​ໄຟ​ລາວ-ຈີນ​ ໄດ້​ກາຍ​ເປັນ​ທາງ​ເລືອກ​ບຸ​ລິ​ມະ​ສິດສໍາລັບນັກທ່ອງທ່ຽວຈາກ​ປະ​ເທດ​ຕ່າງໆ​ໃນໂລກເພື່ອເດີນທາງໄປ​ທ່ຽວ​ຊົມແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ​ແຫ່ງ​ຕ່າງໆຂອງປະເທດລາວ.

ຂ່າວ: ບົວໃສ ພາບໂດຍ: ບົວຄໍາ

ເບິ່ງປີທ່ອງທ່ຽວ ລາວຈາກສາຍຕາ "ແຂວງຢູນນານ"