ກອງປະຊຸມເວທີປຶກສາຫາລືນັກວິທະຍາສາດເທີງຊົງ ປີ 2023 ໄດ້ຈັດຂຶ້ນລະຫວ່າງ ວັນທີ 1 ຫາ 3 ເດືອນທັນວາ

2023-12-01 13:47:45
ມາຈາກ:

ກອງ​ປະ​ຊຸມເວທີ​ປຶກ​ສາ​ຫາ​ລືນັກວິທະຍາສາດເທີງຊົງປີ 2023 ​ໂດຍພາຍໃຕ້ຫົວຂໍ້ “ວິທະຍາສາດ-ເຕັກໂນໂລຊີ --ການພັດທະນາແບບສີຂຽວ” ທີ່ຮ່ວມຈັດຂຶ້ນໂດຍ ອໍານາດການປົກຄອງແຂວງຢູນນານ ແລະ ສະມາຄົມວິທະຍາສາດ-ເຕັກໂນໂລຊີຈີນໄດ້ຈັດຂຶ້ນຢູ່ນະຄອນເທີງຊົງ (Tengchong) ແຂວງຢູນນານ ລະ​ຫວ່າງວັນທີ 1 ຫາ 3 ທັນວາ 2023. ໃນກອງ​ປະ​ຊຸມດັ່ງກ່າວ,​ ມີຜູ້​ໄດ້ຮັບລາງວັນໂນເບວ, ນັກວິທະຍາສາດ ແລະ ນັກຊ່ຽວຊານຈາສະພາບັນດິດຊັ້ນຍອດ, ນັກ​ທຸ​ລະ​ກິດທີ່ມີຊື່ສຽງ​ທັງພາຍໃນປະເທດຈີນ ແລະ ສາກົນເຂົ້າຮ່ວມ, ເພື່ອສຸມໃສ່ການແລກປ່ຽນຄວາມຄິດ​ຄວາມ​ເຫັນ​ຢ່າງກວ້າງ​ຂວາງ ກ່ຽວ​ກັບ​ການປະດິດສ້າງໃໝ່ດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ການພັດທະນາອຸດສາຫະກໍາ, ​ຊ່ວຍ​ຊຸກ​ຍູ້ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ​ສາ​ກົນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ.

ແຫຼ່ງຂ່າວ: ເວັບໄຊຢູນນານ ບັນນາທິການ: Yang Chunmei

ກອງປະຊຸມເວທີປຶກສາຫາລືນັກວິທະຍາສາດເທີງຊົງ ປີ 2023 ໄດ້ຈັດຂຶ້ນລະຫວ່າງ ວັນທີ 1 ຫາ 3 ເດືອນທັນວາ