ກິດຈະກໍາການວາງສະແດງຕາມທາງລົດໄຟລາວ-ຈີນໄດ້ຈັດຂຶ້ນຢູ່ນະຄອນພູເອີ

2023-12-11 18:31:37
ມາຈາກ:

ຕອນຄໍ່າວັນທີ 2 ທັນວາ, ກິດຈະກໍາການວາງສະແດງຕາມທາງລົດໄຟລາວ-ຈີນເພື່ອໂຄສະນາການທ່ອງທ່ຽວຕາມແລວທາງ ໄດ້ຈັດຂຶ້ນຢູ່ເມືອງບູຮານມ້າຊາເຂດສືເມົາ (Simao) ນະຄອນພູເອີ (Pu’er) ແຂວງຢູນນານ, ຊຶ່ງໄດ້ດຶງດູດຜູ້ຊົມທາງອອນລາຍ ແລະ ອອບລາຍທັງໝົດປະມານ 30.000 ເທື່ອຄົນເຂົ້າຮ່ວມກິດຈະກໍານໍາກັນ.

ນະຄອນພູເອີໃນນາມເປັນໜຶ່ງໃນຕົວເມືອງທີ່ລຽບຕາມທາງລົດໄຟລາວ-ຈີນ, ຊຶ່ງມີສາຍພູສາຍນໍ້າຕິດຈອດກັບປະເທດຫວຽດນາມ, ລາວ ແລະ ມຽນມາ.

  

ໃນກິດຈະກໍາການວາງສະແດງ, ທ່ານນາງ ຈາງຊີອິງ (Zhang Qiying) ຮອງຫົວໜ້າຂະແໜງວັດທະນະທໍາ ແລະ ທ່ອງທ່ຽວນະຄອນພູເອີ ກ່າວວ່າ, ພວກເຮົາຍິນດີຕ້ອນຮັບໝູ່ເພື່ອນນັບມື້ນັບຫຼາຍຄົນຂີ່ຂະບວນລົດໄຟຈີນ-ລາວ ມາທ່ຽວຫຼິ້ນຢູ່ພູເອີ, ມາດື່ມນໍ້າບໍ່ລູກຝາແຝດທີ່ເມືອງປົກຄອງຕົນເອງເຜົ່າຮານີພຽງແຫ່ງດຽວຂອງປະເທດຈີນເທົ່ານັ້ນ, ມາຍ່າງເລາະຫຼິ້ນຕາມເສັ້ນທາງມ້າຊາຕອນໜຶ່ງທີ່ຈຸດພັກນາເຄີລີ (Nakeli), ມາລະບຽງໜອງເໝີຍຈືຫູ (Meizihu) ພັກຜ່ອນຢ່ອນອາລົມ, ມາເມືອງບູຮານມ້າຊາສໍາຜັດກິ່ນອາຍຂອງຊີວິດການຄ້າມ້າຊາ, ມາສວນກາເຟສໍາຜັດວິທີການປຸງແຕ່ງກາເຟ “ຈາກເມັດກາເຟຮອດຈອກກາເຟ”, ມາເພີດເພີນກັບ “ວິຖີຊິວິດແຂວງຢູນນານ”, ຮັບຮູ້ລົດຊາດທີ່ຫອມຫວນຊວນໃຫ້ຫຼົງໄຫຼຂອງນະຄອນພູເອີ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ ນັກຂ່າວ/ບັນນາທິການ:​ Yang Chunmei ພາບໂດຍ: Chi Feng

ກິດຈະກໍາການວາງສະແດງຕາມທາງລົດໄຟລາວ-ຈີນໄດ້ຈັດຂຶ້ນຢູ່ນະຄອນພູເອີ