ກິດຈະກໍາການວາງສະແດງຕາມທາງລົດໄຟລາວ-ຈີນໄດ້ຈັດຂຶ້ນຢູ່ສິບສອງພັນນາ

2023-12-11 18:37:36
ມາຈາກ:

“ສິບສອງພັນນາລໍຖ້າແຂກຜູ້ມີກຽດມາຈາກທຸກທິດທາງ, ຢູ່ທີ່ນີ້ຈະໄດ້ພົບກັບບົດກະວີ ແລະ ຄວາມຫ່າງໄກທີ່ເປັນຂອງທຸກຄົນ.” ຕອນຄໍ່າວັນທີ 3 ທັນວາ, ກິດຈະກໍາການວາງສະແດງ ຕາມທາງລົດໄຟລາວ-ຈີນ ເພື່ອໂຄສະນາການທ່ອງທ່ຽວຕາມແລວທາງ ໄດ້ກ້າວເຂົ້າສູ່ກິ່ງແຂວງສິບສອງພັນນາ, ຢູ່ເຂດທ່ອງທ່ຽວເກົ້າທາດສິບສອງບ້ານໄດ້ນໍາສະເໜີແຫຼ່ງທ່ອງທ່ຽວ, ຜະລິດຕະພັນໂຄງການ ແລະ ເສັ້ນທາງການທ່ອງທ່ຽວຕາມທາງລົດໄຟລາວ-ຈີນຕໍ່ບັນດາຜູ້ຊົມ.

ໃນກິດຈະກໍາການວາງສະແດງ, ທ່ານ ຫຼິວຫົງປິງ (Liu Hongbing) ຮອງຂະແໜງວັດທະນະທໍາ ແລະ ທ່ອງທ່ຽວກິ່ງແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັນນາ ໄດ້ແນະນໍາສະພາບການທ່ອງທ່ຽວຂອງສິບສອງພັນນາຕໍ່ແຂກຜູ້ມີກຽດ. ນັບແຕ່ເດືອນທັນວາ 2021 ເປີດການນໍາໃຊ້ທາງລົດໄຟລາວ-ຈີນເປັນຕົ້ນມາ, ກິ່ງແຂວງສິບສອງພັນນາຕັ້ງໜ້າເຊື່ອມໂຍງກັບການສ້າງແນວເສດຖະກິດທາງລົດໄຟລາວ-ຈີນ, ໂດຍຜ່ານ “ທາງລົດໄຟ + ຜະລິດຕະພັນການທ່ອງທ່ຽວທີ່ມີເອກະລັກພິເສດ”, ໄດ້ເຮັດໃຫ້ຂະແໜງການທ່ອງທ່ຽວຟື້ນຟູຂຶ້ນຢ່າງໄວວາ. ຕັ້ງແຕ່ເດືອນມັງກອນຫາເດືອນຕຸລາປີນີ້, ກິ່ງແຂວງສິບສອງພັນນາໄດ້ຕ້ອນຮັບນັກທ່ອງທ່ຽວທັງໝົດ 57,29 ລ້ານເທື່ອຄົນ, ສ້າງລາຍຮັບຈາກການທ່ອງທ່ຽວລວມ 78,34 ຕື້ຢວນ, ຊຶ່ງໄດ້ຟື້ນຕົວຂຶ້ນເປັນ 145,19% ແລະ 119,79% ຂອງໄລຍະເວລາດຽວກັນຂອງປີ 2019.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ ນັກຂ່າວ/ບັນນາທິການ:​ Yang Chunmei ພາບໂດຍ: Chi Feng

ກິດຈະກໍາການວາງສະແດງຕາມທາງລົດໄຟລາວ-ຈີນໄດ້ຈັດຂຶ້ນຢູ່ສິບສອງພັນນາ