ກິດຈະກໍາການວາງສະແດງຕາມທາງລົດໄຟລາວ-ຈີນ, ເຮັດໃຫ້ທາງລົດໄຟລາວ-ຈີນ ເຕັມໄປດ້ວຍຄວາມຊີວິດຊີວາ

2023-12-11 18:47:52
ມາຈາກ:

ນະໂອກາດຄົບຮອບ 2 ປີ ແຫ່ງເປີດການນໍາໃຊ້ທາງລົດໄຟລາວ-ຈີນ, ໃນນາມທີ່ເປັນກິດຈະກໍາໜຶ່ງຂອງງານຕະຫຼາດນັດການຄ້າການທ່ອງທ່ຽວສາກົນຈີນ ປີ 2023, ກິດຈະກໍາການວາງສະແດງຕາມທາງລົດໄຟລາວ-ຈີນ ໄດ້ຈັດຂຶ້ນໂດຍຮູບແບບການສໍາມະນາ, Saloon, ການສະແດງຕາມສະຖານີ ແລະ ຮູບແບບຕ່າງໆທີ່ນະຄອນຄຸນໝິງ, ນະຄອນພູເອີ, ຢູ້ຊີ, ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັນນາ, ຫຼວງພະບາງ, ວັງວຽງ ແລະ ນະຄອນຫຼວງວຽງຈັນຕາມລໍາດັບ. ການສະແດງທີ່ສວຍສົດງົດງາມ, ມີການປະຕິສໍາພັນຂອງຜູ້ໂດຍສານຢ່າງຕັ້ງໜ້າ, ເຮັດໃຫ້ເສັ້ນທາງລົດໄຟລາວ-ຈີນທີ່ເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມຜາສຸກ, ເສັ້ນທາງແຫ່ງມິດຕະພາບເຕັມໄປດ້ວຍຄວາມຊີວິດຊີວາ.

“ມີໃຜຮູ້ໝາກມ່ວງເມືອງຢວນຈ່ຽງມີຈັກຊະນິດ?”“ເທດສະການເຂົ້າປຸ້ນນະຄອນຢູ້ຊີຈັດຂຶ້ນໃນຕອນໃດ?”“ເມືອງທີ່ມີລູກຝາແຝດຫຼາຍທີ່ສຸດຂອງຈີນຢູ່ໃສ?” ວັນທີ 2 ທັນວານີ້, ໃນຂອບຕອບຄໍາຖາມຂອງສິລະປະຢູ້ຊີເຂົ້າສູ່ຂະບວນລົດໄຟ, ຜູ້ໂດຍສານໄດ້ຮັບຮູ້ວັດທະນະທໍາ ແລະ ແຫຼ່ງທ່ອງທ່ຽວຂອງນະຄອນຢູ້ຊີໃນບັນຍາກາດແບບເບີກບານມວນຊື່ນ.

“ສຽງດົນຕີຈັ່ງແມ່ນໄຮ້ພົມແດນ!” ໃນຂະບວນລົດໄຟມີກຸ່ມທົວນັກທ່ອງທ່ຽວໄທປະກອບດ້ວຍ 20 ປາຍຄົນ, ພວກເຂົາເຈົ້າຟັງບໍ່ເຂົ້າໃຈພາສາຈີນ, ແຕ່ຟັງສຽງດົນຕີທີ່ມວນຊື່ນແລ້ວ ກໍເຕັ້ນຕາມຈັງຫວະສຽງເພງແບບບໍ່ຮູ້ສຶກຕົວ.

“ຖົງຜ້ານີ້ເປັນເຄື່ອງລະນຶກທີ່ດີຫຼາຍ, ສົ່ງໃຫ້ຂ້ອຍອັນໜຶ່ງໄດ້ບໍ?” ໃນລະຫວ່າງການວາງສະແດງ, ຂອງຂວັນຜະລິດຕະພັນສ້າງສັນດ້ານການທ່ອງທ່ຽວ ທີ່ມີອົງປະກອບເປັນເອກະລັກຂອງທາງລົດໄຟລາວ-ຈີນ ແລະ ມີເອກະລັກຂອງຕົວເມືອງທີ່ລຽບຕາມທາງລົດໄຟລາວ-ຈີນ, ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ໂດຍສານຫຼາຍ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ ນັກຂ່າວ/ບັນນາທິການ:​ Yang Chunmei
ພາບໂດຍ: Chi Feng

ກິດຈະກໍາການວາງສະແດງຕາມທາງລົດໄຟລາວ-ຈີນ, ເຮັດໃຫ້ທາງລົດໄຟລາວ-ຈີນ ເຕັມໄປດ້ວຍຄວາມຊີວິດຊີວາ