ຈໍານວນຜູ້ໂດຍສານສາກົນ ຕາມທາງລົດໄຟລາວ-ຈີນ ມີຫຼາຍກວ່າ 100.000 ຄົນ

2023-12-15 19:04:31
ມາຈາກ:

“ຂ້າ​ພະ​ເຈົ້າ​ຂີ່​ລົດ​ໄຟ​ອອກ​ເດີນ​ທາງ​ຈາກ​ນະ​ຄອນ​ຄຸນ​ໝິງ ສ​ປ ຈີນ ໄປ​ທາງ​ທິດ​ໃຕ້, ສຸດ​ທ້າຍ​ເດີນທາງ​ເຖິງ​ນະ​ຄອນຫຼວງວຽງ​ຈັນ.” ທ່ານ​ຟາງ​ລົງ​ສວນ ນັກ​ທ່ອງ​ທ່ຽວ​ຈາກ​ແຂວງ​ອ່ານ​ຮຸຍ​ຈີນ​ກ່າວ​ວ່າ: ນີ້​ແມ່ນເສັ້ນ​ທາງແຫ່ງ​ມິດ​ຕະ​ພາບ​ລະຫວ່າງລາວ-ຈີນ. “ຕະຫຼອດທາງ, ການ​ບໍ​ລິ​ການ​ຕາມ​ຂະ​ບວນ​ລົດ​ໄຟ​ດີ​ທີ​ສຸດ, ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ບາຍ​ໃຈ. ເມື່ອ​ເດີນ​ທາງ​ເຖິງ​ປະ​ເທດ​ລາວ​ແລ້ວ, ຂ້າ​ພະ​ເຈົ້າ​ຊາບ​ຊຶ້ງໃຈ​ນຳ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ປະເທດ​ລາວ.”

ວັນ​ທີ 3 ທັນ​ວາ​ 2023, ທາງ​ລົດ​ໄຟ​ລາວ-ຈີນ​ ໄດ້​ເປີດ​ບໍ​ລິ​ການ​ຄົບຮອບ​ສອງ​ປີ. ວັນ​ທີ 6 ທັນ​ວາຜ່ານມາ​ນີ້, ດ່ານກວດ​ກາ​ຊາຍ​ແດນ​ເຂົ້າ​-ອອກ​ເມືອງ​ບໍ່​ຫານ​ແຂວງ​ຢູນ​ນານ​ຈີນ​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ໄດ້​ເປີດ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ ໃນ​ວັນ​ທີ 13 ເມ​ສາ​ຫາ​ວັນ​ທີ 5 ທັນ​ວາ​ນີ້, ດ່ານ​ບໍ່​ຫານ​ໄດ້​ກວດ​ກາ​ ແລະ ປ່ອຍ​ຜູ້​ໂດຍ​ສານ​ເຂົ້າ​-ອອກ​ເມືອງຫຼາຍກວ່າ 1 ແສນ​ຄົນ​ຈາກ 75 ປະ​ເທດ ແລະ ເຂດ​ແຄ້ວນ.

ການ​ເດີນ​ທາງ​ມີ​ຄວາມ​ສະ​ດວກ​ສະ​ບາຍ​ຂຶ້ນ​ ໄດ້​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ​ໃຫ້​ແກ່​ປີ​ທ່ອງ​ທ່ຽວ​ລາວ 2024. ຜູ້​ຮັບ​ຜິດ​ຊອບ​ອຸທິຍານສວນ​ດອກ ໄມ້ໃນປ່າໃຫຍ່ທີ່ນໍ້າຕົກຕາດຮ້ອຍຄົວຫຼວງ​ພະ​ບາງ​ໃຫ້​ສຳ​ພາດຕໍ່​ນັກ​ຂ່າວ​ວ່າ, “ສ່ວນຫຼາຍ​ແມ່ນ​ນັກ​ທ່ອງ​ທ່ຽວ​ໄທ, ລາວ, ຈີນ ແລະ ສ.ເກົາຫຼີ​ ມາ​ທ່ຽວ​ສວນ​ພວກເຮົາ, ພາຍຫຼັງ​ເປີດ​ການນຳ​ໃຊ້ທາງ​ລົດ​ໄຟ​ລາວ-ຈີນແລ້ວ, ຈຳ​ນວນນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ຽວສວນ​ ໄດ້​ເພີ່ມ​ຂຶ້ນ​ຢ່າງຈະ​ແຈ້ງ, ນີ້​ແມ່ນ​ເສັ້ນ​ທາງແຫ່ງ​ຄວາມ​ຫວັງ!” ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ປີ​ທ່ອ​ງ​ທ່ຽວ​ລາວ 2024, ທາງ​ສວນ​ໄດ້​ກະ​ກຽມ​ໃນ​ດ້ານ​ຕ່າງໆ ເຊັ່ນ: ເພີ່ມ​ສິ່ງ​ກໍ່​ສ້າງດ້ານການ​ບັນ​ເທີງ, ເພີ່ມ​ອາ​ຫານ​ພື້ນ​ເມືອງ​ທີ່​ມີ​ສີ​ສັນ​ພິ​ເສດ, ປັບ​ປຸງ​ເງື່ອນ​ໄຂ​ພັກ​ເຊົາ​ໃຫ້​ດີ​ຂຶ້ນ ແລະ ອື່ນໆ.

ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ ແລະ ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ເພິ່ງ​ພໍ​ໃຈຫຼາຍ​ຂຶ້ນ ກໍ​ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລຽບ​ຕາມ​ທາງ​ລົດ​ໄຟ. ທ້າວ​ແສງ​ສະ​ຫວ່າງພະ​ນັກ​ງານ​ຮ້ານ​ກາ​ເຟ DAO ກ່າວ​ວ່າ: “ກາ​ເຟ DAO ແມ່ນ​ກາ​ເຟ​ລະ​ດັບ​ສຸດ​ຍອດ​ໃນ​ປະ​ເທດ​ລາວ ແລະ ມີ​ຊື່​ສຽງຫຼາຍ.” ພາຍຫຼັງ​ເປີດ​ນຳໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ແລ້ວ, ກາ​ເຟ DAO ພວກ​ເຮົາ​ກໍ​ໄດ້​ເປີດ​ຮ້ານ​ກາ​ເຟຫຼາຍ​ແຫ່ງ​ຕາມ​ສະ​ຖາ​ນີ​ລົດ​ໄຟ​ຕ່າງໆ. ປີ​ໜ້າ​ແມ່ນ​
ປີ​ທ່ອງ​ທ່ຽວ​ລາວ, ຍິນ​ດີ​ຕ້ອນ​ຮັບບັນ​ດາ​ທ່ານ​ມາ​ຊິມ​ກາ​ເຟ​ລາວ.
ນັກຂ່າວ: ບົວໃສ, ບົວຄໍາ

 

ຈໍານວນຜູ້ໂດຍສານສາກົນ ຕາມທາງລົດໄຟລາວ-ຈີນ ມີຫຼາຍກວ່າ 100.000 ຄົນ