ທ່ານ ບຸນທະວີ ຂຸນວົງສາ ມີການຮັບຮູ້ຕໍ່ຈີນຍິ່ງເລິກເຊິ່ງກວ່າເກົ່າ

2023-12-29 17:28:44
ມາຈາກ:

ໄປຄຽງຄູ່ກັບສະພາບການເສດຖະກິດ-ການເມືອງຂອງປະເທດຈີນມີການເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ, ອິດທິພົນບົດບາດຂອງຈີນນັບມື້ນັບກວ້າງຂວາງ, ຜູ້ຄົນຈາກທົ່ວທຸກມຸມໂລກຕ່າງກໍຈ້ອງມອງມາທີ່ ສປ ຈີນ ດ້ວຍສາຍຕາແຫ່ງຄວາມເຄົາລົບນັບຖື ຊຶ່ງໃນນັ້ນມີບັນດານັກຮຽນນັກສຶກສາລາວຈໍານວນຫຼວງຫຼາຍຜູ້ມີຄວາມປາຖະໜາເດີນທາງມາສຶກສາຫາຄວາມຮູ້ຢູ່ປະເທດຈີນ. ຂ້າພະເຈົ້າກໍເປັນອີກຜູ້ໜຶ່ງ ຊຶ່ງຕິດຕາການພັດທະນາຂອງປະເທດຈີນມາໂດຍຕະຫຼອດ. ໃນປີ 2022 ກໍໄດ້ຮັບທຶນການສຶກສາຈາກລັດຖະບານຈີນມາສຶກສາຮໍ່າຮຽນສາຂາວິຊາລັດທິມາກ ຢູ່ມະຫາວິທະຍາໄລຢູນນານ.

ການດຳລົງຊີວິດ ແລະ ສຶກສາຮໍ່າຮຽນຢູ່ ສປ ຈີນ ເປັນເວລາ 1 ປີ, ຂ້າພະເຈົ້າມີການຮັບຮູ້ຕໍ່ຈີນຍິ່ງເລິກເຊິ່ງກວ່າເກົ່າ.ທາງດ້ານການສຶກສາ, ຄົນຈີນຈະເປັນຄົນໃຫ້ຄວາມ ສຳຄັນກັບການສຶກສາຫຼາຍ, ຕົວຂ້າພະເຈົ້າເອງພ້ອມດ້ວຍນັກສຶກສາລາວ ລວມເຖິງນັກສຶກສາຕ່າງປະເທດຕ່າງກໍເຫັນດີເປັນເອກະພາບກັນວ່າ ຄົນຈີນ ມັກຮຽນຮູ້ ນັກສຶກສາຈີນດຸໝັ່ນສຶກສາຮ່ຳຮຽນຫຼາຍ. ມີຫຼາຍຄັ້ງ ຕັ້ງແຕ່ເຊົ້າທີ່ຂ້າພະເຈົ້າພວມແລ່ນຫຼີ້ນກິລາກັບມາຕາມທາງກໍເຫັນນັກສຶກສາຈີນພາກັນທະຍອຍເຂົ້າຫ້ອງສະໝຸດເພື່ອອ່ານໜັງສື ຢ່າງເປັນຂະບວນຟົດຟື້ນ. ຫຼັງຈາກດຳລົງຊີວິດ ແລະ ສຶກສາຮ່ຳຮຽນຢູ່ນີ້ດົນນານ ບັນດານັກຮຽນລາວເຮົາກໍຕິດນິດໄສຮັກການອ່ານ ສະແຫວງຫາຄວາມຮູ້ໃໝ່ໆແບບນັກສຶກສາຈີນ.

ຄົນຈີນໂດຍທົ່ວໄປແລ້ວເປັນຄົນນິດໄສດີ ເມື່ອຮູ້ວ່າເຮົາເປັນຄົນລາວ ຈະໃຫ້ການຊ່ວຍເຫຼືອເປັນພິເສດ, ມັນແມ່ນຄວາມຈິງ ແນວຄິດທີ່ວ່າສອງຊາດເປັນເພື່ອນບ້ານໃກ້ຊິດກັນມີພູຮ່ວມສາຍ ແມ່ນໍ້າຮ່ວມຫ້ວຍ ໃຈກົງກັນ ຮ່ວມຈຸດໝາຍດຽວກັນໄດ້ສ່ອງແສງອອກມາຢາງເຕັມທີ່.

ທາງດ້ານຄົມມະນາຄົມຂົນສົ່ງ, ການເດີນທາງໄປມາຢູ່ປະເທດຈີນສະດວກສະບາຍຫຼາຍ. ຕາໜ່າງຂອງລົດໄຟຄວາມໄວສູງຂອງຈີນໄດ້ປົກຄຸມຫຼາຍຂົງເຂດ, ໃນຫຼາຍເມືອງກໍມີລົດໄຟໃຕ້ດິນ. ຍົນ C919 ທີ່ຜະລິດເອງພາຍໃນປະເທດມີຄຸນນະພາບດີ. ຜ່ານມາ ຂ້າພະເຈົ້າໄດ້ເດີນທາງໄປມາຕາມສະຖານທີ່ຕ່າງໆ ເພື່ອການທ່ອງທ່ຽວໂດຍທາງລົດໃຫຍ່, ລົດໄຟຄວາມໄວສູງ, ຍົນ ຊຶ່ງສາມາດສຳຜັດໄດ້ເຖິງຄວາມທັນສະໄໝຂອງການຄົມມະນາຄົມຂົນສົ່ງແຫ່ງປະເທດຈີນ.

ທາງດ້ານເຕັກໂນໂລຊີໃນການຈັບຈ່າຍໃຊ້ສອຍ: ໃນຍຸກນີ້ ແມ່ນຍຸກທີ່ຜູ້ຄົນຊື້ຂາຍສິ່ງຂອງກັນທາງອອນລາຍເປັນກະແສຫຼັກ, ພຽງແຕ່ໃຊ້ມືຖືໜ່ວຍດຽວ ກໍສາມາດດຳເນີນການຊື້ເຄື່ອງຂອງຜ່ານລະບົບອິນເຕີເນັດໄດ້ແລ້ວ, ປັດຈຸບັນນີ້ສິນຄ້າມີຂາຍຕາມແຄມທາງກໍມີ QR CODE ໃຫ້ສະແກນຈ່າຍເພື່ອຄວາມສະດວກ.

ໃນຖານະທີ່ເປັນປະທານສະມາຄົມນັກສຶກສາລາວຢູ່ມະຫາວິທະຍາໄລຢູນນານ ຂ້າພະເຈົ້າຂໍຝາກເຖິງນ້ອງໆນັກສຶກສາທີ່ກໍາລັງຮໍ່າຮຽນຢູ່ ສປ ຈີນ ຈົ່ງຮັກສາສຸຂະພາບໃຫ້ເຂັ້ມແຂງຢູ່ສະເໝີ ເພື່ອສືບຕໍ່ພາລະກິດການສຶກສາຮໍ່າຮຽນ, ຕ້ອງຫາເວລາສ້າງໂອກາດໃຫ້ຕົນເອງໄດ້ເດີນທາງໄປສະຖານທີ່ຕ່າງໆຂອງຈີນເພື່ອສໍາຜັດ ແລະ ຊາບຊຶມກັບສິ່ງໃໝ່ໆເພື່ອການຮຽນຮູ້ ເຕີບໂຕຂຶ້ນ. ຫວັງວ່າທຸກທ່ານສາມາດນໍາໃຊ້ຄວາມຮູ້ທີ່ຮຽນໄດ້ຢູ່ຈີນ ເຂົ້າໃນພາລະກິດການສ້າງສາປະເທດຊາດ.

ຂ້າພະເຈົ້າຂໍຂອບໃຈສອງພັກສອງລັດທີ່ໃຫ້ໂອກາດຂ້າພະເຈົ້າໄດ້ມາສຶກສາຄົ້ນຄ້ວາຢູ່ດິນແດນແຫ່ງນີ້ ຢູ່ຄຸນໝິງ ໃນແຕ່ລະວັນລ້ວນແຕ່ແມ່ນລະດູໃບໄມປົ່ງ ອາກາດດີຫຼາຍ ບໍ່ຮ້ອນ ບໍ່ໜາວຈົນເກີນໄປ, ອາຫານກໍແຊບຊ້ອຍຫຼາກຫຼາຍ ເສັ້ນໝີ່ຂ້າມຂົວແມ່ນອາຫານໂປດປານຂອງຂ້າພະເຈົ້າເລີຍ.ວັດທະນະທໍາກໍມີເອກະລັກສະເພາະ, ໃນແຕ່ລະເມືອງຈະມີງານເທສະການເຕັ້ນລໍາຂອງເຜົ່າຕ່າງໆຕະຫຼອດປີ, ເປັນພື້ນທີ່ແຫ່ງພຶກສານາໆພັນມີລະບົບນິເວດອັນອຸດົມສົມບູນ.

ທ່ານ ບຸນທະວີ ຂຸນວົງສາ ມີການຮັບຮູ້ຕໍ່ຈີນຍິ່ງເລິກເຊິ່ງກວ່າເກົ່າ