ຢ້ຽມຢາມເມືອງອຸດ ສາຫະກໍາສະໄໝເກົ່າ

2023-12-29 17:42:25
ມາຈາກ:

ຝາ​ດິນ​ຈີ່​ສີ​ແດງ, ຕູ້​ໂທ​ລະ​ສັບ​​ແບບເກົ່າ, ຣີ​ສອດ​ແບບ​ເກົ່າ, ຮ້ານ​ຊັບ​ພະ​ສິນ​ຄ້າ​ແບບ​ເກົ່າ… ເມື່ອ​ທ່ານ​ຍ່າງ​ເຂົ້າ​ສູ່​ບໍ່ທອງ​ຢີ້​ເໝິນ​ນະ​ຄອນ​ຢູ້​ຊີ​ແຂວງ​ຢູນ​ນານ, ປານ​ເໝືອນກັບ​ໄດ້​ຍ່າງ​ເຂົ້າ​ເມືອງ​ນ້ອຍ​ອຸດ​ສາ​ຫະ​ກຳ​ສະ​ໄໝ​ເກົ່າ, ເຮົາ​ຈະ​ສາ​ມາດ​​ເຫັນ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ອະ​ດີດ, ສັນ​ຍາລັກ​ຂອງ​ສະ​ໄໝ​ເກົ່າ ແລະ ນ້ຳ​ໃຈ​ສູ້​ຊົນໃນ​ສະ​ໄໝ​ເກົ່າ​...

ບໍ່​ທອງ​ຢີ້​ເໝິນ​ເປັນ​ໂຄງ​ການ​ສຳ​ຄັນ​ໃນ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 1 (ປີ 1953-1957), ຕັ້ງ​ຢູ່​ຕາມ​ເຂດ​ຫ່າງໄກ​ສອກຫຼີ​ກໃນ​ຕາ​ແສງ​ລຸ້ຍ​ຈື່​ (Lvzhi) ເມືອງ​ຢີ້​ເໝິນ (Yimen), ປັດ​ຈຸ​ບັນ, ຍັງ​ເຫຼືອ​ໂຮງ​ງານ, ຫໍ​ພັກ, ​ຂົວ, ເຮືອນ​ຂອງ​ກຳ​ມະກອນ ແລະ ສິ່ງ​ກໍ່​ສ້າງ​ການ​ຜະ​ລິດ ແລະ ການດຳ​ລົງ​ຊີ​ວິດອື່ນໆ​ຢ່າງຫຼວງຫຼາຍ ຊຶ່ງ​ໄດ້​ບັນ​ທຶກ​ຂະ​ບວນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໜັກ​ຂອງ​ຈີນ​ໃນ​ສະ​ໄໝ​ນັ້ນ. ເດືອນ​ທັນ​ວາ​ປີ 2020, “ບໍ່​ທອງ​ຢີ້​ເໝິນ” ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ຊຸດ​ທີ 4 ຂອງ​ຈີນ.

3 ປີ​ຜ່ານ​ມາ, ນະ​ຄອນ​ຢູ້ຊີ​ ໄດ້​​ດຳ​ເນີນ​ການອ​ະ​ນຸ​ລັກ ແລະ ນຳ​ໃຊ້​ບໍ່​ທອງ​ຢີ້​ເໝິນ​ຄືນ​ໃໝ່ ໂດຍ​ອີງ​ຕາມ​ຊັບ​ພະ​ຍາ​ກອນ​ທີ່​ກ່ຽວ​ຂ້ອງເພື່ອ​ເຮັດ​ໃຫ້​ມັນ​ມີຄວາມ​ຊີ​ວິດ​ຊີ​ວາ​ຂຶ້ນ. ປັດ​ຈຸ​ບັນ, ​ໄດ້​ຟື້ນ​ຟູ​ສະ​ພາບ​ການ​ໃນ​ອະ​ດີດ, ຍົກ​ລະ​ດັບ ແລະ ເພີ່ມ​ປັດ​ໄຈ​ວັດ​ທະ​ນະ​ທຳ​ເຂົ້າ​ໄປ, ໄດ້​ກໍໍ່​ຕົວ​ຂຶ້ນ​ເປັນ​ສະ​ຖານ​ທີ່​ດີ​ເດັ່ນທີ່​ສາ​ມາດ​ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ 16 ຈຸດ. ທ່ານ​ສິນ​ຊິ້ນ ນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ຽວ​ແຫ່ງ​ນີ້​ກ່າວ​ວ່າ: “ສະ​ຖານ​ທີ່​ແຕ່​ລະ​ຈຸດ​ລ້ວນ​ແຕ່​ໜ້າ​ທ່ຽວ​ໜ້າ​ຊົມຫຼາຍ.”

  

ປາກ​ອຸ​ມົງ​ຂຸດ​ແຮ່​ທອງ, ແຄ້ມ​ໂຮງ​ງານ​ສ້ອມ​ແປງ​ເຄື່ອງ​ຈັກ, ຢູ່​ຕໍ່​ໜ້າ​ຮ້ານ​ຄ້າ​ແບບ​ເກົ່າ, ຢູ່​ເທິງ​ຂົວ​ລອຍ​ຊານ​ເຈ່ຍ​ສາງ, ຢູ່​ໃນ​ໂຮງ​ຮູບ​ເງົາ​ລຸ້ຍ​ຈື່, ຢູ່​ຕາມ​ຮ້ານ​ອາ​ຫານ​ຕ່າງໆ… ຄົນ​ທັງຫຼາຍ​ໄດ້​ຍ່າງ​ສັນ​ຈອນ​ໄປ​ມາ, ຫວນ​ຄືນ​ສະ​ໄໝ​ອະ​ດີດ, ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ, ຊິມ​ອາ​ຫານ​ທີ່​ແຊບ​ຊ້ອຍ ແລະ ເລືອກ​ຊື້​ສິນ​ຄ້າ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ທ້ອງ​ຖິ່ນ, ຈັ່ງ​ແມ່ນເປັນ​ການ​ທ່ອງ​ທ່ຽວ​ທີ່​ລືມໄດ້​ຍາກ.

ຂ່າວ/ພາບ: ໜັງສືພິມລາຍວັນຢູນນານ

ຢ້ຽມຢາມເມືອງອຸດ ສາຫະກໍາສະໄໝເກົ່າ