ງານມະຫາກໍາໂຍນໝາກຄອນ ຈີນ-ລາວ-ຫວຽດນາມ ຄັ້ງທີ 7 ແລະ ງານຕະຫຼາດນັດການຄ້າຊາຍແດນ ຈີນ-ລາວ-ຫວຽດນາມ (ນະຄອນພູເອີ) ປີ 2023 ໄດ້ອັດລົງຢ່າງສໍາເລັດຜົນ

2024-01-03 10:55:42
ມາຈາກ:

ຫວ່າງມໍ່ໆມານີ້, ງານມະຫາກໍາໂຍນໝາກຄອນ ຈີນ-ລາວ-ຫວຽດນາມ ຄັ້ງທີ 7 ແລະ ງານຕະຫຼາດນັດການຄ້າຊາຍແດນ ຈີນ-ລາວ-ຫວຽດນາມ (ນະຄອນພູເອີ) ປີ 2023 ໄດ້ອັດລົງຢູ່ເມືອງປົກຄອງຕົນເອງເຜົ່າຮານີເຜົ່າຢີ ຈຽງເສີງ (Jiangcheng) ຢ່າງເບີກບານມ່ວນຊື່ນ.

ງານມະຫາກໍາຄັ້ງນີ້ ດຳເນີນໄປພາຍໃຕ້ຫົວຂໍ້ “ສາຍແນນໝາກຄອນຄືເກົ່າ,​ ຈັບມືກັນກ້າວເດີນໄປໜ້າ”, ແນ່ໃສ່ເອົາໝາກຄອນ ທີ່ເປັນສັນຍະລັກແຫ່ງຄວາມຮັກ ແລະ ມິດຕະພາບເປັນຂົວສື່, ເພື່ອສ້າງເວທີການແລກປ່ຽນໃນດ້ານເສດຖະກິດ, ວັດທະນະທໍາ, ການຄ້າ,​ ການສຶກສາ, ການທ່ອງທ່ຽວ, ກິລາ, ສາທາລະນະສຸກ ແລະ ອື່ນໆ, ຊຸກຍູ້ການເຊື່ອມໂຍງເຊື່ອມຈອດລະຫວ່າງ 3 ປະເທດຈີນ-ລາວ-ຫວຽດນາມ, ພ້ອມກັນເປີດປະຫວັດສາດໃໝ່ການພັດທະນາຂອງ 3 ປະເທດ.

ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ, ງານມະຫາກໍາໂຍນໝາກຄອນ ຈີນ-ລາວ-ຫວຽດນາມ ໄດ້ຜັດປ່ຽນກັນຈັດຂຶ້ນຢູ່ປະເທດຈີນ, ລາວ, ຫວຽດນາມ ເປັນເວລາ 6 ຄັ້ງມາແລ້ວ, ຊຶ່ງໄດ້ເປັນສັກຂີພິຍານໃຫ້ແກ່ ການຍຶດໝັ້ນ ແລະ ການສືບທອດມູນເຊື້ອອັນດີງາມຂອງມິດຕະພາບສາກົນລະຫວ່າງປະຊາຊົນ 3 ປະເທດ, ພ້ອມທັງເປັນຄວາມປາຖະໜາ ແລະ ຄວາມໝັ້ນໃຈ ໃນການຈັບມືກັນສະແຫວງຫາການພັດທະນາຮ່ວມກັນ.

ແຫຼ່ງຂ່າວ: ເວັບໄຊຢູນນານ

ງານມະຫາກໍາໂຍນໝາກຄອນ ຈີນ-ລາວ-ຫວຽດນາມ ຄັ້ງທີ 7 ແລະ ງານຕະຫຼາດນັດການຄ້າຊາຍແດນ ຈີນ-ລາວ-ຫວຽດນາມ (ນະຄອນພູເອີ) ປີ 2023 ໄດ້ອັດລົງຢ່າງສໍາເລັດຜົນ