ປີນພູຫິມະຊົມຕາເວັນຂຶ້ນ, ນັກທ່ອງທ່ຽວເຕົ້າໂຮມກັນຢູ່ກິ່ງແຂວງຕີຊິ້ງ​ເພື່ອຕ້ອນຮັບປີໃໝ່

2024-01-06 11:49:14
ມາຈາກ:

ວັນທີ 1 ມັງກອນນີ້, ມີນັກທ່ອງທ່ຽວເກືອບ 200 ຄົນຈາກທົ່ວປະເທດຈີນ​ໄດ້ມຸ່ງໜ້າໄປສູ່ຈອມພູ​ຫິມະຮາບາ (Haba) ທີ່ກິ່ງແຂວງຕີຊິ້ງແຂວງຢູນນານ, ​ແສງຕາເວັນຍັງບໍ່ທັນພົ້ນຈາກທະເລໝອກ, ກໍມີນັກ​ທ່ອງທ່ຽວຈຳນວນໜຶ່ງໄດ້ໄປຮອດຈຸດສູງສຸດແລ້ວ. ຈາກຈອມພູຫິມະຮາບາ ສາມາດແນມເຫັນ ພູຫິມະເໝີຍລີ (Meili) ທີ່ເມືອງເຕີຊິງ (Deqin), ໃນຂະນະນັ້ນ ພໍດີໄດ້ເຫັນແສງຕາເວັນທໍາອິດຂອງປີ 2024 ທີ່ສ່ອງແສງໃສ່ຈອມພູຄາວາເກີ ຂອງພູຫິມະເໝີຍລີ.

ເງີຍໜ້າເບິ່ງຈອມພູຄາວາເກີ ທີ່ມີຄວາມສູງ 6.974 ແມັດ, ປີນຮອດຈອມພູຫິມະຮາບາທີ່ມີຄວາມສູງ 5.396 ແມັດ, ນັກທ່ອງທ່ຽວຈາກທົ່ວປະເທດຈີນ​ໄດ້ສໍາຜັດກັບວິຖີຊີວິດຢູນນານຢ່າງເລິກເຊິ່ງ. ທຸກໆເວລາອັນດີງາມທີ່ຢູ່ເທິງພູຫິມະ, ເຮັດໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ທີ່ຈະຢູ່ຮ່ວມກັນກັບທໍາມະຊາດຢ່າງກົມກຽວ ແລະ ໄດ້ສ້າງແຮງບັນດານໃຈໃນການຮັກຫອມ ແລະ ນັບຖືຕໍ່ທໍາມະຊາດ, ພ້ອມກັນອະທິຖານຄວາມປາຖະໜາ ແລະ ຄວາມໃຝ່ຝັນໃນປີໃໝ່ຕໍ່ມາຢ່າງກ້າຫານ.


ແຫຼ່ງຂ່າວ: ເວັບໄຊຢູນນານ

ປີນພູຫິມະຊົມຕາເວັນຂຶ້ນ, ນັກທ່ອງທ່ຽວເຕົ້າໂຮມກັນຢູ່ກິ່ງແຂວງຕີຊິ້ງ​ເພື່ອຕ້ອນຮັບປີໃໝ່