ງານສັບປະດາເຄື່ອງນຸ່ງແຟຊັນສູສົງຄັ້ງປະຖົມມະລືກ ໄດ້ຈັດຂຶ້ນຢ່າງສໍາເລັດຜົນ

2024-01-12 15:35:26
ມາຈາກ:

ຕອນ​ຄ່ຳ​ວັນ​ທີ 5 ມັງ​ກອນ​ຜ່ານມາ, ງານສັບ​ປະ​ດາ​ເຄື່ອງ​ນຸ່ງ​ແຟ​ຊັນ​ສູ​ສົງ​ຄັ້ງ​ປະ​ຖົມ​ມະ​ລືກ​ໄດ້​ຈັດ​ຂຶ້ນ​ຢູ່​ກິ່ງ​ແຂວງ​ສູ​ສົງ​ແຂວງ​ຢູນ​ນານ ສ​ປ ຈີນ​ ​ເປັນເວ​ລາ 7 ວັນ​ໄດ້​ສິ້ນ​ສຸດ​ລົງ​ຢ່າງຈົບ​ງາມ.

ໃນ​ໄລ​ຍະ​ຈັດ​ງານ, ມີ​ວິ​ສາ​ຫະ​ກິດ ແລະ ນາຍ​ຊ່າງ​ອອກ​ແບບ​ເຄື່ອງ​ນຸ່ງຊົນ​ເຜົ່າ​ຕ່າງໆ​ຈາກ​ລາວ, ມຽນ​ມາ, ກຳ​ປູ​ເຈຍ, ຫວຽດ​ນາມ ແລະ ໄທ ພ້ອມ​ທັງ​ແຂວງ​ຢູນ​ນານ ແລະ ແຂວງ​ອື່ນໆ ຂອງ​ຈີນໄດ້​ຈັດ​ງານ​ເດີນ​ແບບ​ເຄື່ອງ​ນຸ່ງ​ດີ​ເດັ່ນ 39 ເທື່ອ​ຢູ່​ສູ​ສົງ ໂດຍ​ໄດ້​ວາງ​ສະ​ແດງ​ເຄື່ອງ​ນຸ່ງ​ຊົນ​ເຜົ່າ​ທີ່​ມີຫຼາກຫຼາຍ​ສີ​ສັນ 1.100 ກວ່າ​ຊຸດ.

ບົດ/ຂ່າວ: ໜັງສືພິມລາຍວັນຢູນນານ ຮູບພາບຈໍານວນໜຶ່ງສະໜອງໂດຍ ຂະແໜງໂຄສະນາອົບຮົມຄະນະພັກກິ່ງແຂວງສູສົງ

ງານສັບປະດາເຄື່ອງນຸ່ງແຟຊັນສູສົງຄັ້ງປະຖົມມະລືກ ໄດ້ຈັດຂຶ້ນຢ່າງສໍາເລັດຜົນ