ຈີນເລີ່ມການລົງທະບຽນກັບທີ່ເພື່ອການສຳຫຼວດເສດຖະກິດໃນທົ່ວປະເທດຄັ້ງທີ 5

2024-01-03 10:49:29
ມາຈາກ:CRI

ວຽກງານການລົງທະບຽນກັບທີ່ເພື່ອການສຳຫຼວດເສດຖະກິດໃນທົ່ວປະເທດຄັ້ງທີ 5 ຂອງຈີນໄດ້ເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 1 ມັງກອນປີ 2024 ການສຳຫຼວດເສດຖະກິດທົ່ວປະເທດໃນຄັ້ງນີ້ ມີພາລະກິດອັນສຳຄັນ ຄືສຳຫຼວດພື້ນຖານເສດຖະກິດ ກໍຄືຄວາມຄືບໜ້າຂອງການພັດທະນາດ້ວຍຄຸນນະພາບສູງຂອງຈີນ ເພື່ອອຳນວຍສິ່ງຄ້ຳປະກັນດ້ານຂໍ້ມູນສະຖິຕິ ໃຫ້ແກ່ການປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ຮັບໃຊ້ການຊຸກຍູ້ຄວາມທັນສະໄໝແບບຈີນ.

ຕາມຂ່າວແຈ້ງວ່າ, ວຽກງານລົງທະບຽນໃນການສຳຫຼວດເສດຖະກິດຄັ້ງນີ້ຈະເລີ່ມຈາກເດືອນມັງກອນຫາເດືອນເມສາປີນີ້, ເຈົ້າໜ້າທີ່ສຳຫຼວດເສດຖະກິດ 2 ລ້ານກວ່າຄົນໃນທົ່ວປະເທດ ຈະດຳເນີນການລົງທະບຽນຕໍ່ນິຕິບຸກຄົນຂອງອຸດສາຫະກຳທີ 2 ແລະ ອຸດສາຫະກຳທີ 3, ໜ່ວຍງານອຸດສາຫະກຳການຜະລິດ ແລະ ນັກທຸລະກິດເອກະຊົນ.

ການສຳຫຼວດເສດຖະກິດໃນຄັ້ງນີ້ໄດ້ເພີ່ມເນື້ອໃນການສຳຫຼວດໃໝ່ຕ່າງໆ ເຊັ່ນ: ເສດຖະກິດດີຕີຕອນເປັນຕົ້ນ ເຊິ່ງຈະສາມາດສ່ອງແສງໃຫ້ເຫັນເຖິງສະພາບການພັດທະນາ ແລະ ການປ່ຽນແປງຂອງເສດຖະກິດຈີນໃນອຸດສາຫະກຳໃໝ່, ຮູບການໃໝ່ ແລະ ພະລັງຂັບເຄື່ອນໃໝ່ເປັນຕົ້ນ. ນອກຈາກນີ້ແລ້ວ, ການສຳຫຼວດເສດຖະກິດໃນຄັ້ງນີ້ ຍັງຈະດຳເນີນການສຳຫຼວດລະຫວ່າງການລົງທຶນ ກັບຜົນຜະລິດເປັນຄັ້ງທຳອິດ.

ຈີນເລີ່ມການລົງທະບຽນກັບທີ່ເພື່ອການສຳຫຼວດເສດຖະກິດໃນທົ່ວປະເທດຄັ້ງທີ 5