ຈີນມີນັກທ່ອງທ່ຽວອອກທ່ຽວພາຍໃນປະເທດທັງໝົດ 135 ລ້ານເທື່ອຄົນໃນໄລຍະພັກບຸນປີໃໝ່ສາກົນ

2024-01-03 10:50:24
ມາຈາກ:CRI

ວັນທີ 1 ມັງກອນນີ້, ກະຊວງວັດທະນະທຳແລະທ່ອງທ່ຽວແຫ່ງ ສປ ຈີນໄດ້ແຈ້ງສະພາບການຕະຫຼາດວັດທະນະທຳ ແລະ ທ່ອງທ່ຽວໃນໄລຍະພັກບຸນປີໃໝ່ສາກົນ 2024. ໂດຍອີງຕາມຜົນຄຳນວນຂອງສູນຕົວເລກຂໍ້ມູນກະຊວງວັດທະນະທຳແລະທ່ອງທ່ຽວໃຫ້ຮູ້ວ່າ, ໃນໄລຍະພັກບຸນປີໃໝ່ສາກົນໃນຊ່ວງໄລຍະເວລາ 3 ວັນ, ມີນັກທ່ອງທ່ຽວຈີນ 135 ລ້ານເທື່ອຄົນໄດ້ອອກໄປທ່ຽວຢູ່ພາຍໃນປະເທດ, ເພີ່ມຂຶ້ນ 155,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ເພີ່ມຂຶ້ນ 9,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ໄດ້ສ້າງລາຍຮັບການທ່ອງທ່ຽວພາຍໃນປະເທດ 79,73 ຕື້ຢວນ, ເພີ່ມຂຶ້ນ 200,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ຕະຫຼາດວັດທະນະທຳແລະທ່ອງທ່ຽວທົ່ວປະເທດໃນໄລຍະພັກບຸນປີໃໝ່ສາກົນໄດ້ພັດທະນາກ້າວໄປຢ່າງໜັກແໜ້ນ ແລະ ເປັນລະບຽບຮຽບຮ້ອຍດີ.

ໃນໄລຍະພັກບຸນປີໃໝ່ສາກົນ, ກຸ່ມຄົນອາຍຸປານກາງແລະອາຍຸສູງ, ປະຊາຊົນເຂດຊົນນະບົດ ແລະ ປະຊາຊົນທີ່ຢູ່ໃນເຂດຕົວເມືອງທີ່ມີຂະໜາດກາງແລະນ້ອຍ ໄດ້ມີສ່ວນຮ່ວມສູງຂຶ້ນ ແລະ ເປັນທ່ວງທ່າຂະຫຍາຍຕົວຂອງຕະຫຼາດການທ່ອງທ່ຽວໃນຊ່ວງມື້ບຸນດັ່ງກ່າວ. ຖານຂໍ້ມູນມະຫາສານຂອງສູນຕົວເລກຂໍ້ມູນກະຊວງວັດທະນະທຳແລະທ່ອງທ່ຽວສະແດງໃຫ້ເຫັນວ່າ, ໃນວັນທີ 30 ແລະ 31 ທັນວາຜ່ານມາ, ອັດຕາການອອກເດີນທາງໄປທ່ອງທ່ຽວຂອງປະຊາຊົນເຂດຊົນນະບົດໄດ້ບັນລຸເຖິງ 4,2%, ຈຳນວນນັກທ່ອງທ່ຽວເຂດຊົນນະບົດໄດ້ກວມ 20% ຂອງຍອດຈຳນວນນັກທ່ອງທ່ຽວພາຍໃນປະເທດໃນໄລຍະດັ່ງກ່າວ ເຊິ່ງໄດ້ສ້າງສະຖິຕິສູງສຸດນັບແຕ່ມີການຕິດຕາມຈຳນວນນັກທ່ອງທ່ຽວໃນໄລຍະພັກບຸນປີໃໝ່ສາກົນເປັນຕົ້ນມາ.

ຈີນມີນັກທ່ອງທ່ຽວອອກທ່ຽວພາຍໃນປະເທດທັງໝົດ 135 ລ້ານເທື່ອຄົນໃນໄລຍະພັກບຸນປີໃໝ່ສາກົນ