ກອງປະຊຸມເວທີປຶກສາຫາລືການແລກປ່ຽນ ແລະ ການຮ່ວມມືດ້ານຮູບເງົາ ປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ

2024-01-03 10:53:55
ມາຈາກ:

ຫວ່າງມໍ່ໆມານີ້, ກອງປະຊຸມເວທີປຶກສາຫາລືການແລກປ່ຽນ ແລະ ການຮ່ວມມື ດ້ານຮູບເງົາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ພິທີການລົງນາມສັນຍາການຮ່ວມມືສາກົນ ທີ່ເປັນກິດຈະກໍາຂອງສັບປະດາຮູບເງົາສາກົນ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ.

ປະເທດລາວໄດ້ນໍາເອົາ ຮູບເງົາ 2 ເລື່ອງ ຊື່ວ່າ “ເງົາ” ແລະ “ບໍ່ມີວັນຈາກ” ເຂົ້າຮ່ວມສາຍໃນສັບປະດາຮູບເງົາຄັ້ງນີ້. ໂຮງງານຜະລິດຮູບເງົາມະຫາວິທະຍາໄລຊົນເຜົ່າຢູນນານ, ກົມຮູບເງົາປະເທດລາວ, ບໍລິສັດວັດທະນະທໍາມີເດຍສາກົນ ແລະ ໂທລະພາບຈີນອາຊີ-ປາຊີຟິກ ຈໍາກັດ ໄດ້ລົງນາມບົດບັນທຶກ ວ່າດ້ວຍການຮ່ວມຖ່າຍທໍາຮູບເງົາ “ເສັ້ນຂະໜານເໜືອ 18 ອົງສາ”.

ມາຮອດປັດຈຸບັນນີ້, ສັບປະດາຮູບເງົາສາກົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ຈັດຂຶ້ນຢ່າງສໍາເລັດຜົນເປັນເວລາ 4 ຄັ້ງແລ້ວ, ໄດ້ສາຍຮູບເງົາດີເດັ່ນຂອງປະເທດກ່ຽວຂ້ອງຫຼາຍກວ່າ 100 ກວ່າເລື່ອງ ແບບສາຍເປີດກວ້າງໃຫ້ຜູ້ຄົນໄດ້ຮັບຊົມ.

ແຫຼ່ງຂ່າວ: ເວັບໄຊຢູນນານ

ກອງປະຊຸມເວທີປຶກສາຫາລືການແລກປ່ຽນ ແລະ ການຮ່ວມມືດ້ານຮູບເງົາ ປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ