ໂຮງຮຽນເຕັກນິກວິຊາຊີບຊັ້ນສູງແຂວງຢູນນານແຫ່ງນີ້ ໄດ້ຮັບຄວາມນິຍົມຈາກນັກຮຽນຕ່າງປະເທດຫຼາຍ
ນັບຕັ້ງແຕ່ປີ 2001 ເປັນຕົ້ນມາ, ອີງຕາມການສະເໜີຂອງ 4 ແຂວງພາກເໜືອຂອງລາວ, ໂຮງຮຽນເຕັກນິກວິຊາຊີບຊັ້ນສູງເມືອງຫຼ້າ ໄດ້ ເລີ່ມຕົ້ນຮັບສະໝັກນັກສຶກສາລາວ ມາຮຽນພາສາຈີນຢູ່ໂຮງຮຽນ. ຕະຫຼອດໄລຍະ 22 ປີຂອງການສ້າງຕັ້ງໂຮງຮຽນເປັນຕົ້ນມາ, ໄດ້ບຳລຸງສ້າງບຸກຄະລະກອນຊາວໜຸ່ມດີເດັ່ນລາວ ເກືອບ 3000 ກວ່າຄົນ, ໄດ້ຮັບການຕີລາຄາຢ່າງດີຈາກທົ່ວສັງຄົມ ແລະ ໜ່ວຍງານໃຊ້ແຮງງານ. ປັດຈຸບັນ, ນັກຮຽນລາວທີ່ກຳລັງຮຽນຢູ່ໂຮງຮຽນມີປະມານ 554 ຄົນ, ຊຶ່ງມີຈໍານວນຫຼາຍກວ່າຈຳນວນນັກສຶກສາລຸ້ນທຳອິດທີ່ເຂົ້າມາຮຽນຢູ່ໂຮງຮຽນໃນເບື້ອງຕົ້ນ ມີພຽງແຕ່ 30 ຄົນເທົ່ານັ້ນ.
ທ່ານ ໂຈ່ວປໍ (Zhou Bo) ຜູ້ອໍານວຍການໂຮງຮຽນກ່າວວ່າ :“ສິ່ງທີ່ແຕກຕ່າງກັບແຜນການການສິດສອນຂອງປີຜ່ານມາ ແມ່ນ ເລີ່ມແຕ່ປີນີ້ເປັນຕົ້ນໄປ ພາຍຫຼັງນັກຮຽນລາວສໍາເລັດການຮຽນພາສາປີທີ 1 ແລ້ວ, ໃນປີທີ 2 ສາມາດຮຽນວິຊາຊີບອື່ນຕື່ມອີກ. ປັດຈຸບັນ, ໂຮງຮຽນໄດ້ເປີດຫຼາຍວິຊາຮຽນ ເຊັ່ນ: ການປະຍຸກໃຊ້ ແລະ ການສ້ອມແປງລົດຍົນ, ໂລຈິສຕິກສາກົນ (ການຂົນສົ່ງສາກົນ), ການຄ້າເອເລັກໂຕຼນິກ, ການຈັດແຕ່ງສວນ, ການທ່ອງທ່ຽວສາກົນ ທັງໝົດ 7 ຂະແໜງວິຊາ, ນັກຮຽນຢາກເລືອກຮຽນວີຊາໃດກໍໄດ້. ”
ແຫຼ່ງຂ່າວ: ເວັບໄຊຢູນນານ