ຂະບວນລົດໄຟສາກົນຂົນສົ່ງຜັກສົດແຊ່ເຢັນ ຂະບວນລົດ “ຕ້າຫຼີ” ຜ່ານທາງລົດໄຟ ລາວ-ຈີນ ໄດ້ເປີດບໍລິການເດີນທາງເປັນຄັ້ງທໍາອິດ

2024-01-03 11:01:51
ມາຈາກ:

ຫວ່າງມໍ່ໆມານີ້, ຂະບວນລົດໄຟສາກົນຂົນສົ່ງຜັກສົດແຊ່ເຢັນ ຂະບວນລົດ “ຕ້າຫຼີ” ຜ່ານທາງລົດໄຟລາວ-ຈີນ ໄດ້ບັນຈຸຜັກສົດ ແລະ ໝາກໄມ້ເຕັມຂະບວນລົດໄຟ, ໂດຍໄດ້ອອກເດີນທາງຈາກເມືອງຊຽງຢູນ (Xiangyun) ກິ່ງແຂວງປົກຄອງຕົນເອງເຜົ່າປາຍ ຕ້າຫຼີ (Dali) ເປັນຄັ້ງທໍາອິດ. ການເປີດຂະບວນລົດໄຟສະເພາະນີ້, ​ຈະເປັນຊ່ອງທາງການຂົນສົ່ງຕ່ອງໂສ້ອາຫານແຊ່ເຢັນທີ່ມີປະສິດທິຜົນສູງ ແລະ ມີຄວາມສະດວກວ່ອງໄວ ໃນການຂົນສົ່ງຜະລິດຕະພັນກະສິກໍາ ແລະ ການລ້ຽງສັດ ລະຫວ່າງ ກິ່ງແຂວງຕ້າຫຼີ ກໍຄືພາກຕາເວັນຕົກຂອງແຂວງຢູນນານ ກັບ ປະເທດອາຊີໃຕ້ອາຊີຕາເວັນອອກສ່ຽງໃຕ້.

ຂະບວນລົດໄຟຂົນສົ່ງສິນຄ້າຄັ້ງນີ້, ຈະໄດ້ຂົນສົ່ງໝາກລະແຊັງ 1 ຕູ້, ໝາກພິລາ 4 ຕູ້ ຂົນສົ່ງຜ່ານເສັ້ນທາງລົດໄຟຈີນ-ຫວຽດນາມ ແລະ ມີ ຜັກສົດ 4 ຕູ້ ຈະຂົນສົ່ງຜ່ານເສັ້ນທາງລົດໄຟລາວ-ຈີນ.

ແຫຼ່ງຂ່າວ: ເວັບໄຊຢູນນານ
 

ຂະບວນລົດໄຟສາກົນຂົນສົ່ງຜັກສົດແຊ່ເຢັນ ຂະບວນລົດ “ຕ້າຫຼີ” ຜ່ານທາງລົດໄຟ ລາວ-ຈີນ ໄດ້ເປີດບໍລິການເດີນທາງເປັນຄັ້ງທໍາອິດ