ຈຳນວນການຂົນສົ່ງຜູ້ໂດຍສານຂອງທາງລົດໄຟລາວ-ຈີນ ສ້າງສະຖິຕິການຂົນສົ່ງສູງສຸດໃນມື້ດຽວ
2024-01-06 11:39:39
ມາຈາກ:
ຂໍ້ມູນຈາກບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໃຫ້ຮູ້ວ່າ, ເນື່ອງໃນໂອກາດປີໃໝ່ສາກົນ 2024, ທາງລົດໄຟລາວ-ຈີນ ຊ່ວງເສັ້ນທາງພາຍໃນປະເທດລາວ ໄດ້ຂົນສົ່ງຜູ້ໂດຍສານເປັນຈຳນວນຫຼວງຫຼາຍ, ຊຶ່ງໃນວັນທີ 30 ທັນວາ 2023 ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 12.584 ເທື່ອຄົນ ໃນມື້ດຽວ, ຊຶ່ງໄດ້ສ້າງສະຖິຕິສູງສຸດຂອງການຂົນສົ່ງຜູ້ໂດຍສານ.
ຕາມ ສະຖິຕິຂອງບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ໃຫ້ຮູ້ວ່າ: ມາຮອດວັນທີ 31 ທັນວາ 2023, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 4,033 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຂ້າມແດນຫຼາຍກວ່າ 6,37 ລ້ານໂຕນ. ບົດບາດຊ່ອງທາງແຫ່ງຄໍາ ໄດ້ພົ້ນເດັ່ນອອກມາຢ່າງຈະແຈ້ງ, ຊຶ່ງໄດ້ສ້າງກຳລັງວັງຊາໃຫມ່ໃຫ້ແກ່ການພັດທະນາເສດຖະກິດແລະສັງຄົມຂອງພາກພື້ນ.
ແຫຼ່ງຂ່າວ: ໜັງສືພິມລາຍວັນປະຊາຊົນຈີນ