15,000 ຄົນເຂົ້າຮ່ວມງານແລ່ນມາລາທອນຂອງອົງການຮ່ວມມືເສດຖະກິດຊຽງໄຮ້-ຄຸນໝິງ​ປີ 2023

2024-01-06 11:46:44
ມາຈາກ:

ໃນຕອນເຊົ້າວັນທີ 31 ທັນວາ 2024, ງານແລ່ນມາລາທອນ ຂອງອົງການຮ່ວມມືເສດຖະກິດຊຽງໄຮ້-ຄຸນໝິງ 2023 ໄດ້ເລີ່ມຕົ້ນຢູ່ທີ່ໜ້າເຂື່ອນໄຮເກີງ (Haigeng) ແຄມທະເລສາບຕຽນສື (Dianchi), ຜູ້ເຂົ້າຮ່ວມ 15,000 ຄົນໄດ້ບຸກບືກແລ່ນໄປທາງໜ້າ ໃນທ່າມກາງທິວທັດທຳມະຊາດທີ່ງົດງາມຂອງພູພຽງຄຸນໝິງ, ເຊັ່ນມີທ້ອງຟ້າສີຄາມ, ຄື້ນຟອງສີຂຽວ, ເຂດດິນທາມ ​ແລະ ນົກນາງນວນຢູ່ຄຽງຂ້າງ. ການແຂ່ງຂັນຄັ້ງນີ້ໄດ້ແບ່ງອອກເປັນ 4 ປະເພດ ຄື: ແລ່ນມາລາທອນສຸດເສັ້ນທາງ, ມາລາທອນເຄິ່ງເສັ້ນທາງ, ແລ່ນເພືີ່ອສຸຂະພາບມະຫາຊົນ (5 ກິໂລແມັດ) ແລະ ການແລ່ນແບບຄອບຄົວພໍ່ແມ່-ລູກ.

ນັບແຕ່ປີ 2016 ເປັນຕົ້ນມາ, ງານແລ່ນມາລາທອນ ຂອງອົງການຮ່ວມມືເສດຖະກິດຊຽງໄຮ້-ຄຸນໝິງ ໄດ້ຈັດຂຶ້ນເປັນເວລາ 7 ປີລຽນຕິດມາແລ້ວ, ພາຍໃຕ້ແນວຄວາມຄິດ “ໃກ້ຊິດຫຼາຍຂຶ້ນ, ສະໜິດສະໜົມຫຼາຍຂຶ້ນ ແລະ ມີຄວາມກົມກຽວກັນຫຼາຍຂຶ້ນ” ໄດ້ເຮັດໃຫ້ງານແລ່ນມາລາທອນ ຂອງອົງການຮ່ວມມືເສດຖະກິດຊຽງໄຮ້-ຄຸນໝິງ ກາຍເປັນຕົວແບບໃນການສົ່ງເສີມໄມຕີຈິດມິດຕະພາບ ລະຫວ່າງ ບັນດາປະເທດຈາກອົງການຮ່ວມມືເສດຖະກິດຊຽງໄຮ້ໂດຍຜ່ານການກິລາ.

ແຫຼ່ງຂ່າວ: ເວັບໄຊຢູນນານ
 

15,000 ຄົນເຂົ້າຮ່ວມງານແລ່ນມາລາທອນຂອງອົງການຮ່ວມມືເສດຖະກິດຊຽງໄຮ້-ຄຸນໝິງ​ປີ 2023