ການຂົນສົ່ງຂ້າມຊາດຫຼາຍພັນກິໂລແມັດ ເຕັມໄປດ້ວຍຄວາມຮັກ

2024-01-08 18:22:56
ມາຈາກ:

“ເມື່ອໄດ້​ຂີ່​ຂະບວນລົດໄຟຕາມ​ທາງ​ລົດ​ໄຟລາວ-ຈີນແລ້ວ, ພວກເຮົາກໍຮູ້ສຶກໄວ້ວາງໃຈ. ​ຂໍ​ສະ​ແດງ​ຄວາມຂອບໃຈຕໍ່ທາງລົດໄຟລາວ-ຈີນ ທີ່​ໄດ້ສົ່ງແມ່ຂ້ອຍກັບບ້ານຢ່າງປອດໄພ!” ໃນວັນທີ 24 ທັນວາ 2023 ​ຜ່ານມາ, ນາງ ຈ່ຽງມຽວ ຜູ້ໂດຍສານຈີນ ແລະ ແມ່ຂອງລາວ ທີ່ໄດ້ຮັບບາດເຈັບຈາກອຸບັດເຫດລົດ ໄດ້ຂີ່ລົດໄຟຈາກນະຄອນຫຼວງວຽງຈັນປະເທດລາວກັບຄືນປະເທດຈີນຢ່າງປອດໄພ. ຢູ່ເບື້ອງຫຼັງຜົນສຳເລັດນີ້ແມ່ນການປະຕິບັດງານຂ້າມຊາດ​ຕາມ​ໄລ​ຍະ​ທາງຫຼາຍພັນກິໂລແມັດ ທີ່ມີຫຼາຍຝ່າຍເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນ.

​ນາງ ຈ່ຽງມຽວ (Jiang Miao) ກ່າວວ່າ, ວັນທີ 26 ພະຈິກ 2023 ຜ່ານມາ, ແມ່​ຕົນໄດ້​ຮັບບາດເຈັບຈາກອຸບັດເຫດທາງລົດໃນ​ເວ​ລາ​ໄປ​ທ່ອງ​ທ່ຽວຢູ່ຈັງວັດຊຽງໃໝ່ປະເທດໄທ, ອຸບັດເຫດດັ່ງກ່າວເຮັດໃຫ້​ເສັ້ນ​ເລືອດສະໝອງຂອງແມ່​ແຕກ ແລະ ໄດ້ດໍາເນີນການຜ່າຕັດກະໂຫຼກຫົວຢູ່ປະເທດໄທ. ເນື່ອງຈາກວ່າເງື່ອນໄຂການແພດຂອງທ້ອງຖິ່ນມີຄວາມຈໍາກັດ ແລະ ​ມີອຸປະສັກທາງດ້ານພາສາ, ນາງ ຈ່ຽງມຽວ ຈຶ່ງຕັດສິນໃຈສົ່ງແມ່ຕົນກັບຄືນປະ​ເທດຈີນ ເພື່ອເຂົ້າຮັບການປິ່ນປົວ. ຢ່າງໃດກໍຕາມ, ສະພາບຮ່າງກາຍຂອງແມ່ຈ່ຽງມຽວຂີ່ຍົນບໍ່ໄດ້, ເຮັດຈັ່ງໃດຈຶ່ງຈະສາມາດສົ່ງແມ່ກັບຄືນປະເທດຢ່າງປອດໄພຜ່ານ​ທາງ​ບົກໄດ້ກາຍມາເປັນບັນຫາໃຫຍ່. ສຸດທ້າຍ​ ນາງ ຈ່ຽງມຽວ​ ໄດ້ໄປຂໍ​ຄວາມຊ່ວຍເຫຼືອຈາກສະຖານກົງສຸນໃຫຍ່ຈີນປະ​ຈຳຈັງວັດຊຽງໃໝ່ປະເທດໄທ.

ກົງສູນໃຫຍ່​ຈີນ​ປະ​ຈຳ​ຈັງວັດຊຽງໃໝ່ ໄດ້ລາຍງານສະພາບ​ທີ່ກ່ຽວຂ້ອງໄປຍັງສະຖານທູດຈີນປະຈຳລາວ​ທັນທີ. “ພາຍຫຼັງໄດ້ຮັບຮູ້ສະພາບການແລ້ວ, ພວກຂ້າພະເຈົ້າໄດ້​ປຶກສາຫາລືກັບສະຖານກົງສຸນໃຫຍ່​ຈີນ​ປະ​ຈຳ​ຈັງວັດຊຽງໃໝ່​ ແລະ​ ຄອບຄົວຂອງຜູ້​ຖືກບາດເຈັບຢ່າງຕັ້ງໜ້າ, ​ພ້ອມທັງ​ໄດ້​ວາງແຜນການຍົກຍ້າຍ.” ທ່ານນາງ ​ເສີງລິນ(Cheng Lin) ກົງສຸນທີ່ ເຮັດວຽກຢູ່ສະຖານທູດຈີນປະຈຳລາວກ່າວ. ເມື່ອ​ໄດ້ພິຈາລະນາສະພາບຮ່າງກາຍຂອງຄົນເຈັບ​ແລະ ສະພາບເສັ້ນທາງຢ່າງຮອບດ້ານແລ້ວ,​ ສະຖານທູດຈີນປະຈຳລາວ ໄດ້ວາງແຜນການເຄື່ອນຍ້າຍທີ່ປອດໄພ ກໍຄື​​ຂີ່​ລົດ​ຜ່ານຂົວມິດຕະພາບສາກົນເລກ 1 ​ທີ່ນະຄອນຫຼວງວຽງຈັນແລ້ວ ​ຂີ່ຂະບວນລົດໄຟ​ລາວ-ຈີນ ກັບຄືນປະເທດຈີນ.

ພາຍຫຼັງ​ໄດ້ກຳນົດແຜນການແລ້ວ, ສະຖານທູດຈີນປະຈຳລາວ​ໄດ້ຕັ້ງໜ້າປະສານງານ ກັບສູນຊ່ວຍເຫຼືອຈີນນະຄອນຫຼວງວຽງຈັນ​ ທີ່​ເປັນໜ່ວຍງານອາສາສະໜັກ, ບໍລິສັດທາງລົດໄຟ​ລາວ-ຈີນ​ຈຳກັດ, ໜ່ວຍແພດກອງທັບປົດປ່ອຍປະຊາຊົນຈີນ ທີ່ປະຈໍາຢູ່​ໂຮງໝໍ 103 ຂອງກອງທັບປະຊາຊົນລາວໄດ້ເຂົ້າຮ່ວມວຽກງານເພື່ອຮັບປະກັນການຂົນສົ່ງ, ການຂົນສົ່ງຂ້າມຊາດ​ທີ່​ມີ​ໄລ​ຍະ​ທາງຫຼາຍພັນກິໂລແມັດຄັ້ງນີ້ກໍໄດ້ເລີ່ມ​ປະ​ຕິ​ບັດ​ງານ​ຂຶ້ນ​.

ວັນທີ 21 ທັນວາ 2023 ຜ່ານມາ, ລົດຂອງສູນຊ່ວຍເຫຼືອຈີນນະຄອນຫຼວງວຽງຈັນ ໄດ້ອອກເດີນທາງໄປຈັງວັດຊຽງໃໝ່ປະເທດໄທ, ​ໃນ​ຕອນເຊົ້າ​ມື້ຕໍ່ມາກໍໄດ້ຂົນສົ່ງຄົນເຈັບກັບຄືນສູ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເບິ່ງແຍງ​ດູ​ແລຂອງ​ໜ່ວຍແພດຈີນ. ພາຍຫຼັງ​ເດີນ​ທາງເຂົ້າ​ມາ​ປະ​ເທດ​ລາວ​ແລ້ວ, ຄົນເຈັບກໍຖືກສົ່ງໄປ​ປິ່ນ​ປົວ​ຢູ່ໂຮງໝໍ 103 ໃນທັນທີ ເພື່ອປະເມີນສະພາບ ແລະ ບົ່ງມະຕິປິ່ນ​ປົວຢ່າງລະອຽດ.

ວັນທີ 24 ທັນວາ 2023 ຜ່ານມາ, ຄົນເຈັບໄດ້​ຂີ່ລົດຂອງສູນຊ່ວຍເຫຼືອຈີນນະຄອນຫຼວງວຽງຈັນ​ເດີນ​ທາງໄປຮອດສະຖານີລົດໄຟວຽງຈັນ​ ແລະ​ ຂຶ້ນລົດໄຟ​ໂດຍສານສາກົນຖ້ຽວ D888 ​ເດີນ​ທາງໄປສູ່ນະຄອນຄຸນໝິງປະເທດຈີນ. ​ພາຍໃຕ້ຄວາມພະຍາຍາມຮ່ວມຂອງຫຼາຍຝ່າຍ, ສຸດທ້າຍ​ຄົນເຈັບຖືກສົ່ງ​ກັບຄືນປະເທດຈີນຢ່າງປອດໄພ ແລະ ໄດ້ຮັບການປິ່ນປົວ​ຕໍ່​ໄປ.

​ໃນການຂົນສົ່ງຄົນເຈັບສາຫັດຂ້າມຊາດຄັ້ງນີ້, ທາງລົດໄຟ​ລາວ-ຈີນ ​​ໄດ້​ເສີມ​ຂະ​ຫຍາຍບົດບາດດ້ານຄົມມະນາຄົມທີ່ປ່ຽນແທນບໍ່ໄດ້. ບໍລິສັດທາງລົດໄຟ​ລາວ-ຈີນ ​ຈຳກັດ​ໃຫ້​ຮູ້ວ່າ: ​ບໍລິສັດທາງລົດໄຟ​ລາວ-ຈີນ​ຈຳກັດ​ ໄດ້​ພະ​ຍາ​ຍາມຈົນສຸດຄວາມສາມາດເພື່ອຮັບປະກັນການປະສານງານໃນທຸກດ້ານ ເຊັ່ນ: ການອອກປີ້, ການປະສານງານ​ຕາມສະຖານີຕ່າງໆ, ຫຼຸດຂັ້ນຕອນການແຈ້ງດ່ານ, ເປີດຊ່ອງທາງບູລິມະສິດແຫ່ງຊີວິດ​ທີ່ປອດໄພ​ ແລະ ມີປະສິດທິພາບໃຫ້​ຄົນເຈັບ.

ຕາມ​ຕົວ​ເລກຂໍ້ມູນສະຖິຕິຈາກສະຖານທູດຈີນປະຈຳລາວໃຫ້ຮູ້ວ່າ, ນັບແຕ່ເດືອນເມສາ ຫາ ເດືອນທັນວາ 2023, ມີຄົນເຈັບ​ທີ່ມີອາການສາ​ຫັດທັງໝົດ 18 ຄົນ ຖືກ​ສົ່ງກັບຄືນ​ສູ່ປະເທດຈີນ ໂດຍຜ່ານທາງລົດໄຟລາວ-ຈີນ ແລະ ​ໄດ້ຮັບການປິ່ນປົວຕໍ່​ໄປ.
ຂ່າວ: ສໍານັກຂ່າວຊິນຮວາ

ການຂົນສົ່ງຂ້າມຊາດຫຼາຍພັນກິໂລແມັດ ເຕັມໄປດ້ວຍຄວາມຮັກ