ການຮ່ວມມືຕາມລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ: ຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າ

2024-01-08 18:27:44
ມາຈາກ:

ວັນທີ 25 ທັນວາ​ 2023, ກອງປະຊຸມ​ສຸດຍອດ​ວ່າ​ດ້ວຍການຮ່ວມມືແມ່ນໍ້າລ້ານຊ້າງ-​ແມ່ນ້ຳຂອງຄັ້ງທີ 4 ໄດ້ຈັດຂຶ້ນໂດຍຜ່ານທາງ​ວິ​ດີ​ໂອ, ​ຜູ້ນຳຈີນ​ ແລະ 5 ປະ​ເທດ​ລ້ອງແມ່ນ້ຳຂອງ ຄື: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ເຂົ້າ​ຮ່ວມກອງປະຊຸມ ໂດຍ​ພາຍ​ໃຕ້ຫົວຂໍ້ “ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຂອງບັນດາປະເທດ​ລ້ອງແມ່ນ້ຳລ້ານຊ້າງ-​ແມ່ນ້ຳຂອງ,​ ຮ່ວມກັນ​ມຸ່ງ​ໜ້າ​ໄປສູ່ຄວາມທັນສະໄໝ”, ກອງປະຊຸມ​ໄດ້​ຫວນຄືນຄວາມຄືບໜ້າ​ແຫ່ງການຮ່ວມມື​ລ້ອງແມ່ນໍ້າລ້ານຊ້າງ-​ແມ່ນ້ຳຂອງ ແລະ ວາງແຜນການພັດທະນາໃນອະນາຄົດ.

ກອງປະຊຸມ​ຄັ້ງ​ນີ້ໄດ້ເຜີຍແຜ່ “ຖະແຫຼງການເນປີດໍຂອງກອງປະຊຸມສຸດຍອດ​ວ່າ​ດ້ວຍການຮ່ວມມືແມ່ນ້ຳລ້ານຊ້າງ-​ແມ່ນ້ຳຂອງຄັ້ງທີ 4”​ “ແຜນແມ່ບົດ​ແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-​ແມ່ນ້ຳຂອງ​ຮອບ 5 ປີ (2023-2027)” ແລະ “ຂໍ້ລິເລີ່ມຮ່ວມ ໃນ​ການສ້າງແລວ​ທາງປະດິດສ້າງໃໝ່​ລ້ອງ​ແມ່​ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ໃນນັ້ນ, “ແຜນແມ່ບົດ​ແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-​ແມ່ນ້ຳຂອງ​ຮອບ 5 ປີ (2023-2027)” ໄດ້ລະບຸວ່າ, ​ຈະເພີ່ມທະວີການຮ່ວມມືໃນ 3 ເສົາຄ້ຳ (ຄວາມໝັ້ນຄົງທາງການເມືອງ, ເສດຖະກິດ ແລະ ການພັດທະນາແບບຍືນຍົງ, ສັງຄົມ ແລະ ວັດທະນະທໍາ), ລົງເລິກການຮ່ວມມືໃນ 5 ຂົງເຂດບຸລິມະສິດ (ເຊື່ອມໂຍງເຊື່ອມຈອດ​ກັນ, ຄວາມສາມາດດ້ານການຜະລິດ, ເສດຖະກິດຂ້າມຊາດ, ຊັບພະຍາກອນນ້ຳ, ກະສິກຳ ແລະ ການຫຼຸດຜ່ອນຄວາມທຸກຍາກ), ຕັ້ງໜ້າຂະຫຍາຍການຮ່ວມມືໃນຂົງເຂດໃໝ່, ຊຸກຍູ້ການຍົກລະດັບໜ່ວຍງານຮ່ວມກັນໃນບັນດາຂົງເຂດບຸລິມະສິດໃຫ້​ສູງ​ຂຶ້ນ, ສະໜັບສະໜູນ​ການສ້າງຕັ້ງໜ່ວຍງານ​ປະ​ສົມ ແລະ ສູນຮ່ວມມືໃໝ່.
ແຫຼ່ງຂ່າວ: CRI, App ເສດຖະກິດການຄ້າສໍານັກຂ່າວຊິນຮວາ

ການຮ່ວມມືຕາມລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ: ຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າ