​ໃນ 3 ໄຕມາດທຳອິດຂອງປີ 2023, ລາຍຮັບທີ່ຈັບຕ້ອງໄດ້ຂອງປະຊາຊົນແຂວງຢູນນານມີເຖິງ 20,367 ຢວນຕໍ່ຫົວຄົນ

2024-01-08 18:37:05
ມາຈາກ:

ນັບແຕ່ເດືອນມັງກອນ​ ຫາ ​ເດືອນພະ ຈິກ​ 2023, ການລົງທຶນດ້ານອຸດສາຫະກຳ ຂອງແຂວງຢູນນານ​ໄດ້ເພີ່ມຂຶ້ນ 11,4%, ຂະໜາດການລົງທຶນ​ດ້ານກະສິກຳ ໄດ້ ສືບຕໍ່ຮັກສາອັນ​ດັບ​1​ໃນ​ທົ່ວ​ປະ​ເທດຈີນ, ອັດຕາການເຕີບໂຕ​ດ້ານການລົງທຶນອຸດສາ ຫະກຳ​ໄດ້ຫຼາຍກວ່າ 20% ​ເປັນເວລາ 22 ເດືອນລຽນຕິດ;

​ນັບແຕ່ເດືອນມັງກອນ ຫາ ເດືອນພະຈິກ​ 2023, ໃນເຂດພັດທະນາ 89 ແຫ່ງຂອງແຂວງຢູນນານ ມູນຄ່າ ເພີ່ມຂອງອຸດສາຫະກຳຂະໜາດ​ໃຫຍ່ ໄດ້ເພີ່ມຂຶ້ນ 8,3% ເມື່ອ ທຽບໃສ່ໄລຍະດຽວກັນຂອງປີກາຍ, ມູນຄ່າເພີ່ມຂອງອຸດສາຫະກຳຂະໜາດໃຫຍ່ຢູ່ເຂດ ໃໝ່ພາກກາງແຂວງຢູນນານ ໄດ້ເພີ່ມຂຶ້ນ 17,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ;

ນັບແຕ່ເດືອນມັງກອນ ຫາ ເດືອນພະຈິກ​ 2023, ແຂວງ ຢູນນານ ມີອົງກອນທຸລະກິດ 6,2 ລ້ານແຫ່ງ, ເພີ່ມຂຶ້ນ 28,2%, ເພີ່ມຂຶ້ນສຸດທິ 1,29 ລ້ານຫົວໜ່ວຍ ເມື່ອ​ ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃນນັ້ນມີວິສາຫະ ກິດ 1,37 ລ້ານແຫ່ງ, ເພີ່ມຂຶ້ນສຸດທິ 338.000 ແຫ່ງ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ;

​ນັບແຕ່ເດືອນມັງກອນຫາເດືອນພະຈິກ​​ 2023, ​ ແຂວງຢູນນານ ໄດ້ຕ້ອນຮັບນັກ​ທ່ອງທ່ຽວ 980 ລ້ານ ເທື່ອ​ຄົນ, ​ໄດ້​ສ້າງລາຍຮັບດ້ານການທ່ອງທ່ຽວທັງໝົດ 1.290 ຕື້​ຢວນ;

​ໃນປີ 2023, ສະໜາມບິນສາກົນອັງກໍວັດກຳປູເຈຍ​ ທີ່ຮັບເໝົາ​ກໍ່ສ້າງໂດຍວິສາຫະກິດ ແຂວງຢູນນານ​ຈີນ ​ເລີ່ມເປີດບໍລິການ. ມາຮອດວັນທີ 27 ທັນວາ 2023, ທາງລົດໄຟ​ລາວ-ຈີນ​ ໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດ​ 112.000 ​ເທື່ອຄົນຈາກ 75 ປະເທດ ​ແລະ​ ເຂດແຄວ້ນ;

ປັດຈຸບັນນີ້, ອັດຕາສ່ວນພະລັງງານໄຟຟ້າສີຂຽວຂອງແຂວງຢູນນານໄດ້ກວມເອົາ​ເກືອບ​ 90%, ອັດຕາສ່ວນພະລັງງານທີ່ບໍ່​ແມ່ນ​ປະ​ເພດ​ຟອດ​ຊິວ​ໄດ້ບັນລຸເຖິງ 47,3%;

​ໃນ 3 ໄຕມາດທຳອິດຂອງປີ 2023, ລາຍຮັບທີ່ຈັບຕ້ອງໄດ້ຂອງປະຊາຊົນແຂວງຢູນນານມີເຖິງ 20,367 ຢວນຕໍ່ຫົວຄົນ.

ແຫຼ່ງຂ່າວ: ເວັບໄຊຂ່າວສານຈີນ, ໜັງສືພິມລາຍວັນຢູນນານ, ຂ່າວສານ CCTV, ຂ່າວສານ CNR

​ໃນ 3 ໄຕມາດທຳອິດຂອງປີ 2023, ລາຍຮັບທີ່ຈັບຕ້ອງໄດ້ຂອງປະຊາຊົນແຂວງຢູນນານມີເຖິງ 20,367 ຢວນຕໍ່ຫົວຄົນ