GDP ແຂວງຢູນນານປີ 2023 ບັນລຸເຖິງ 3.000 ຕື້ຢວນ

2024-01-08 18:30:38
ມາຈາກ:

ທ້າຍປີ 2023, ອີງ​ຕາມກອງປະຊຸມວຽກງານເສດຖະກິດຂອງຄະນະແຂວງຢູນນານທີ່ຈັດຂຶ້ນຢູ່ນະຄອນຄຸນໝິງໃຫ້ຮູ້ວ່າ, ປີ 2023, ການພັດທະນາເສດຖະກິດ​ຂອງແຂວງຢູນນານ​ໄດ້ຮັກສາທ່ວງທ່າຂະ​ຫຍາຍ​ຕົວ​ຢ່າງໝັ້ນທ່ຽງ​ ແລະ ໄປສູ່​ທິດ​ທາງ​ທີ່​ດີ, ຄາດ​ວ່າ GDP ຈະບັນລຸເຖິງ 3.000 ຕື້ຢວນ.

ປີ 2023 ​ແມ່ນປີທຳອິດ​ທີ່​ແຂວງ​ຢູນ​ນານ​ປະ​ຕິ​ບັດຍຸດທະສາດການພັດທະນາ “3815”(ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ ແຕ່ປີ 2023 – 2025, ມີການພັດທະນາໃຫຍ່​ໃນ 8 ປີ ແຕ່ປີ 2023 – 2030 ແລະ ​ການພັດທະນາແບບກ້າວກະໂດດຂັ້ນ ແຕ່ປີ 2021 – 2035). ການພັດທະນາເສດຖະກິດຂອງທົ່ວແຂວງ​ໄດ້ຮັກສາທ່ວງທ່າຂະ​ຫຍາຍ​ຕົວ​ຢ່າງໝັ້ນທ່ຽງ ​ແລະ ໄປສູ່​ທິດ​ທາງ​ທີ່​ດີ, ໄດ້ສ້າງພື້ນຖານຢ່າງ​ໜັກ​ແໜ້ນ ໃຫ້ແກ່ “ກ້າວ​ຂຶ້ນ​ສູ່​ລະ​ດັບໃໝ່​ ໃນ​ໄລ​ຍະ 3 ປີ” ຂອງຍຸດທະສາດການພັດທະນາ “3815”.ນອກຈາກລວມຍອດເສດຖະກິດມີການບຸກທະລຸໃໝ່ແລ້ວ, ໃນປີ 2023, ​ແຂວງຢູນນານ​​ຍັງໄດ້ມີການບຸກທະລຸໃໝ່ໃນຫຼາຍດ້ານ ເຊັ່ນການປັບປຸງໂຄງປະກອບດ້ານການລົງທຶນໃຫ້​ດີ​ຂຶ້ນ, ການພັດທະນາກຸ່ມອຸດສາຫະກຳ, ການດຶງດູດ ແລະ ​ການ​ອົບ​ຮົມ​ບົ່ມສ້າງບັນດາຫົວໜ່ວຍທຸລະກິດ, ການຫັນປ່ຽນຮູ​ບ​ການ​ພັດ​ທະ​ນາຂອງຂະແໜງການທ່ອງທ່ຽວ, ການເປີດກວ້າງການເປີດປະຕູສູ່ພາຍນອກ, ການພັດທະນາແບບສີຂຽວ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ​ໃຫ້​ດີ​ຂຶ້ນ​.

ແຫຼ່ງຂ່າວ: ເວັບໄຊຂ່າວສານຈີນ​

 

GDP ແຂວງຢູນນານປີ 2023 ບັນລຸເຖິງ 3.000 ຕື້ຢວນ