ທ່ານວາງຢີ້ເຂົ້າຮ່ວມງານລ້ຽງເພື່ອລະນຶກຈີນ-ອາເມຣິກາສ້າງສາຍພົວພັນທາງການທູດຄົບຮອບ 45 ປີ

2024-01-08 18:57:20
ມາຈາກ:

ວັນທີ5ມັງກອນນີ້, ທ່ານວາງຢີ້ ກຳມະການກົມການເມືອງຄະນະກຳມະການສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມງານລ້ຽງເພື່ອລະນຶກຈີນ-ອາເມຣິກາສ້າງສາຍພົວພັນທາງການທູດຄົບຮອບ 45 ປີຢູ່ນະຄອນຫຼວງປັກກິ່ງ.

ເນື່ອງໃນໂອກາດນີ້,ປະມຸກລັດສອງປະເທດໄດ້ສົ່ງສານອວຍພອນເຊິ່ງກັນແລະກັນ ໂດຍກ່າວເນັ້ນຈະສືບຕໍ່ສຸມກຳລັງເຂົ້າໃນການຂະຫຍາຍການພົວພັນຈີນ-ອາເມຣິກາໃຫ້ໝັ້ນຄົງ, ສ້າງຄວາມສຸກໃຫ້ແກ່ສອງຊາດ ແລະສ້າງຜົນປະໂຫຍດໃຫ້ແກ່ທົ່ວໂລກ. ທ່ານວາງຢີ້ໄດ້ກ່າວຄຳປາໄສວ່າ: ຕ້ອງຍຶດໝັ້ນການເຄົາລົບເຊິ່ງກັນແລະກັນ, ໜ້າທີ່ຮີບດ່ວນທີ່ສຸດໃນປັດຈຸບັນແມ່ນສ້າງຄວາມຮູ້ທີ່ຖືກຕ້ອງ. ຕ້ອງຍຶດໝັ້ນຫຼັກການຢູ່ຮ່ວມກັນໂດຍສັນຕິ, ຈຸດສຳຄັນທີ່ສຸດແມ່ນຄວບຄຸມຄວາມຂັດແຍ້ງກັນຢ່າງມີປະສິດທິຜົນ. ຕ້ອງຍຶດໝັ້ນການຮ່ວມມືທີ່ສອງຝ່າຍໄດ້ຮັບຜົນປະໂຫຍດຮ່ວມກັນ, ຈຸດພື້ນຖານແມ່ນຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.

ທ່ານວາງຢີ້ເຂົ້າຮ່ວມງານລ້ຽງເພື່ອລະນຶກຈີນ-ອາເມຣິກາສ້າງສາຍພົວພັນທາງການທູດຄົບຮອບ 45 ປີ