ທົ່ວໂລກຊົມໃຊ້ກາເຟຈີນຮ່ວມກັນ

2024-01-12 15:40:05
ມາຈາກ:

ວັນ​ທີ 5 ມັງ​ກອນ​ຜ່ານມາ, ງານ​ວາງ​ສະ​ແດງ​ກາ​ເຟ​ສາ​ກົນ​ຈີນ (ຜູ​ເອີ) ພາຍໃຕ້ຫົວ​ຂໍ້ “ກາ​ເຟ​ຈີນ-ທົ່ວ​ໂລກ​ຊົມ​ໃຊ້​ຮ່ວມ​ກັນ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຜູ​ເອີ​ແຂວງ​ຢຸນ​ນານສ​ປຈີນ. ຝ່າຍ​ຕ່າງໆ​ໄດ້​ອອກ “ຂໍ້​ລິ​ເລີ່ມຜູ​ເອີ​ວ່າ​ດ້ວຍກາ​ເຟ​ຈີນ-ທົ່ວ​ໂລກ​ຊົມ​ໃຊ້​ຮ່ວມ​ກັນ” ໂດຍ​ມີ​ໂຄງ​ການ​ກາ​ເຟ 12 ໂຄງ​ການ​ໄດ້​ລົງ​ລາຍ​ເຊັນ​ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ.

ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດ​ກາ​ເຟ 200 ກວ່າ​ແຫ່ງ​ຂອງ​ໂລກ​ເຂົ້າ​ຮ່ວມ, ຜູ້ແທນຈາກ 10 ກວ່າ​ປະ​ເທດ ແລະ ເຂດ​ແຄວ້ນ​ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ອະ​ນາ​ຄົດ​ອັນ​ດີ​ງາມ​ຂອງ​ກາ​ເຟ. ຕາມ​ຂ່າວ​ແຈ້ງວ່າ, “ງານ​ວາງ​ສະ​ແດງ​ກາ​ເຟ​ສາ​ກົນ​ຜູ​ເອີ”ໄດ້​ຈັດ​ຂຶ້ນ​ 2 ຄັ້ງ​ຢ່າງ​ສຳ​ເລັດຜົນ​ແລ້ວໂດຍ​ມີ​ວິ​ສາ​ຫະ​ກິດ 300 ກວ່າ​ແຫ່ງ​​ຈາກ 21 ປະ​ເທດ ແລະ ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ແລະ ໄດ້​ຕ້ອນ​ຮັບ​ນັກ​ວິ​ຊາ​ການເກືອບ 20.000 ເທື່ອ​ຄົນ. ມູນ​ຄ່າໃບ​ສັ່ງ​ຈອງຄ້າ​ຂາຍ​ທີ່​ຕົກ​ລົງ​ກັນ​ໃນ​ສັນ​ຍາ​ຂອງ​ນັກ​ທຸ​ລະ​ກິດ​ຈັດ​ຊື້​ກາ​ເຟ​ມີ​ເຖິງ 2,236 ຕື້ຢວນ.

ບົດໂດຍ: LiLing, Wang Yunya

ເນື້ອ​ໃນ​ເພີ່ມ​ເຕີ​ມ: ຈີນ​ແມ່ນ​ປະ​ເທດ​ຜະ​ລິດກາເຟ​ທີ່​ສຳ​ຄັນ​ໃນ​ໂລກ, ແຂວງຢູນ​ນານ​ແມ່ນ​ເຂດ​ປູກ​ກາ​ເຟ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ, ການ​ປູ​ກ​ກາ​ເຟ​ມີ​ປະ​ຫວັດ​ສາດ​ມາ​ເປັນ​ເວ​ລາ 130 ກວ່າ​ປີ​ແລ້ວ, ເນື້ອ​ທີ່​ປູກ​ກາ​ເຟ​ມີ​ເຖິງ 846.000 ກວ່າ​ເຮັກ​ຕາ​, ຜົນຜະ​ລິດ​ເມັດ​ກາ​ເຟ​ດິບ​ມີ​ເຖິງ 114.000 ກວ່າ​ໂຕນ, ເນື້ອ​ທີ່​ປູກ ແລະ ຜົນ​ຜະ​ລິດ​ລ້ວນ​ແຕ່​ໄດ້​ກວມ 98% ຂອງ​ຈີນ.

ປັດ​ຈຸ​ບັນ​ນີ້, ການ​ບໍ​ລິ​ໂພກ​ເມັດ​ກາ​ເຟ​ຕໍ່​ປີ​ຂອງ​ຈີນ​ມີ​ເກືອບ 300.000 ໂຕນ, ວິ​ສາ​ຫະ​ກິດກາ​ເຟ​ປະ​ເພດຕ່າງໆ​ມີຫຼາຍກວ່າ 220.000 ແຫ່ງ, ຈັງ​ຫວະການ​ເຕີບ​ໂຕ​ ໃນ​ການ​ລົງ​ທະ​ບຽນ​ຂອງວິ​ສາ​ຫະ​ກິດ​ ປະ​ເພດ​ກາ​ເຟ​ມີຫຼາຍກວ່າ 20% ແລະ ຈັງ​ວະ​ການ​ເຕີບ​ໂຕ​ ດ້ານ​ການ​ບໍ​ລິ​ໂພກ​ກາ​ເຟ​ສະ​ເລ່ຍ​ຕໍ່​ປີຫຼາຍກວ່າ 15%.

ແຫຼ່ງຂ່າວ: ເວັບໄຊໜັງສືພິມລາຍວັນຈີນ

ທົ່ວໂລກຊົມໃຊ້ກາເຟຈີນຮ່ວມກັນ