ທິວທັດທໍາມະຊາດຕາມທາງລົດໄຟ ລາວ-ຈີນ ສວຍສົດງົດງາມ

2024-01-12 15:47:39
ມາຈາກ:

“ກິ່ນ​ໝາກ​ມ່ວງ​ຫອມ​ຫວນ,ເມືອງຢວນ​ຈ່ຽງ​ທີ່​ມີ​ໝາກ​ໄມ້​ນາໆ​ຊະ​ນິດ; ກິ່ນ​ໝາກ​ມ່ວງ​ທີ່​ຫອມ​ຫວນ, ເມືອງຢວນ​ຈ່ຽງ​ຂອງ​ພວກ​ເຮົາ” ຢູ່​ຕາມ​ຂະ​ບວນ​ລົດ​ໄຟ​ຈາກ​ນະ​ຄອນ​ຢູ້​ຊີ​ໄປຫາ​ນະ​ຄອນ​ຜູ​ເອີ, ນາງ ​ເຜິງ​ຫົງນັກ​ທ່ອງ​ທ່ຽວ​ຈາກ​ນະ​ຄອນ​ຈົ່ງ ​ກິ່ງ​ຈີນ​ໄດ້​ຊາບ​ຊຶ້ງ​ໃຈ​ນຳ​ຈັງ​ຫວະມ່ວນ​ຊື່ນ​ຂອງ​ເພງ “ໝາກ​ມ່ວງ”, ເລີຍ​ຮ້ອງ​ຕາມ​ຈັງ​ຫວະ. ນາງ​ເຜິງ​ຫົງ ​ບອກ​ນັກ​ຂ່າວ​ວ່າ, ຕົນ​ກັບ​ເພື່ອນ 5 ຄົນ​ຕົກ​ລົງ​ມາ​ທ່ຽວ​ແຂວງ​ຢູນ​ນານຍ້ອນ​ຊັບພະຍາ​ກອນ​ທ່ອງ​ທ່ຽວ​ທີ່​ດີ​ເລີດ​ຢູ່​ລຽບຕາມ​ທາງ​ລົດ​ໄຟ​ລາວ-ຈີນ.

ນັບ​ແຕ່​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟລາວ​-ຈີນ ​ເປັນ​ເວ​ລາ 2 ປີ​ເປັນ​ຕົ້ນ​ມາ, ທາງ​ລົດ​ໄຟ​ສາຍ​ນີ້​ໄດ້​ຊຸກ​ຍູ້​ການ​ຄ້າ, ການ​ແລກ​ປ່ຽນ ແລະ ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ ແລະ ​ທ່ອງ​ທ່ຽວ​ຢູ່​ຕາມ​ທາງ​ລົດ​ໄຟ. ນັບ​ແຕ່​ເປີດ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນຕາມທາງ​ລົດ​ໄຟລາວ​-ຈີນ ແຕ່​ວັນ​ທີ 13 ເມ​ສາ ຫາ ວັນ​ທີ 27 ທັນ​ວາ​ 2023, ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຂ້າມ​ຊາດ 112.000ກວ່າ​ເທື່ອ​ຄົນ​ຈາກ 75 ປະ​ເທດ ແລະ ເຂດ​ແຄວ້ນ, ການ​ທ່ອງທ່ຽວ​ຕາມ​ທາງ​ລົດ​ໄຟ​ລາວ​-ຈີນ ນັບ​ມື້​ນັບ​ຄຶກ​ຄື້ນ​ຂຶ້ນ.

ຍາມ​ຄ້ອຍ​ຄ່ຳ, ເມືອງ​ບູ​ຮານ​ມ້າ​ຊາ​ ນະຄອນຜູ​ເອີ​ ມີ​ຄົນ​ສັນ​ຈອນ​ໄປ​ມາ​ຢ່າງ​ບໍ່​ຂາດ​ສາຍ, ມີ​ນັກ​ທ່ອງ​ທ່ຽວ​ຈາກ​ຕ່າງ​ແຂວງ​ເດີນ​ທາງ​ມາ​ທ່ຽວ​ແຫ່ງ​ນີ້ ເພື່ອສຳ​ຜັດ​ກັບຊີ​ວິດທີ່ສະ​ຫວາດ​ສະ​ເຫວີຍດື່ມ​ກາ​ເຟ ​ໃນ​ຕອນ​ເຊົ້າ ແລະ ດື່ມນ້ຳ​ຊາ​ໃນ​ຕອນ​ແລງ. ​ທ່ານ ​ໂຈ່ວ ຜູ້​ຂັບ​ລົດ​ແທັກຊີອຸ​ທານ​ວ່າ: “ຂັບລົດ​ມາ​ເປັນເວລາ20 ກວ່າ​ປີ​ແລ້ວ, ພາຍຫຼັງ​ເປີດ​ນຳ​ໃຊ້ ​ທາງ​ລົດ​ໄຟ​ລາວ​-ຈີນ ແລ້ວ, ນັກ​ທ່ອງ​ທ່ຽ​ວ​ທີ່​ມາ​ທ່ຽວ​ນະ​ຄອນ​ຜູ​ເອີ​ນັບ​ມື້​ນັບຫຼາຍ​ຂຶ້ນ,ໂດຍ​ສະ​ເພາະ​ແມ່ນ​ໃນ​ລະ​ດູ​ການ​ທີ່​ມີ​ນັກ​ທ່ອງ​ທ່ຽວຫຼາຍ, ຈະ​ມີ​ຄົນ​ມາ​ຂີ່​ລົດ​ແທັກຊີ​ເປັນ​ຈຳ​ນວນຫຼວງຫຼາຍ.”

ທ່ານ​ ໄຊ​ຊຽນ​ມິນ ​​ຜູ້​ອຳນວຍ​ການ​ໃຫຍ່​ໂຮງ​ແຮມ​ດອກຈໍາປາຫຼວງ​ພະ​ບາງ, ຕັ້ງ​ແຕ່​ປີ 2010 ທ່ານ ກໍໄດ້ມາບໍລິຫານໂຮງ​ແຮມແຫ່ງ​ນີ້​. 10 ກວ່າ​ປີ​ມາ​ນີ້, ໄດ້​ຕ້ອນ​ຮັບ​ນັກທ່ອງທ່ຽວ​ຈາກ​ປະ​ເທດ​ຕ່າງໆ​ເປັນ​ຈຳ​ນວນຫຼວງຫຼາຍ. ໃນ​ຊຸມປີ​ຜ່ານ​ມາ, ທ່ານ​ຍິ່ງ​ເອົາ​ໃຈ​ໃສ່​ໂຄ​ສະ​ນາ​ເຜີຍ​ແຜ່​ໂຮງ​ແຮມ​ຂອງ​ຕົນ​ທາງ​ຜ່ານທາງອອນ​ລາຍ, ທ່ານ​ຍັງ​ໄດ້​ຜູກ​ມິດ​ສຳ​ພັນ​ກັບ​ໝູ່​ເພື່ອນຫຼາຍ​ຄົນ​ດ້ວຍ​ວັດ​ທະ​ນະ​ທຳ​ເຫຼົ້າຂອງ​ຈີນ ແລະ ລາວ.

ທ່ານ​ ວັນ​ນະ​ເດດ ພົງ​​ສຸກ​ທິດ ຫົວ​ໜ້າ​ຫ້ອງ​ການ​ພະ​ແນກ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ແຂວງຫຼວງພະບາງ​ ກ່າວ​ວ່າ: “ນັບ​ແຕ່​ປະ​ເທດ​ລາວ​ ໄດ້​ເປີດ​ດ່ານ​ສາ​ກົນ​ຄືນ​ໃໝ່​ໃນ​ວັນ​ທີ 9 ພຶດ​ສະ​ພາ​ຫາ​ຕົ້ນ​ເດືອນ​ທັນ​ວາ​ປີ 2023, ຫຼວງ​ພະ​ບາງ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 930.000 ກວ່າ​ເທື່ອ​ຄົນ, ໃນ​ນັ້ນ, ມີ 700.000 ກວ່າ​ເທື່ອ​ຄົນ​ແມ່ນ​ນັກ​ທ່ອງ​ທ່ຽວສາ​ກົນ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈີນ​ລຽງ​ຢູ່​ອັນ​ດັບ 3.”

ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ແຂວງຫຼວງ​ພະ​ບາງ​ໄດ້​ປັບ​ປຸງ​ສິ່ງ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ໄດ້​ຄຸ້ມ​ຄອງ​ໂຮງ​ແຮມ, ຮ້ານ​ອາຫານ ແລະ ແຫຼ່ງ​ທ່ອງ​ທ່ຽວ​ຕ່າງໆ​ຢ່າງ​ພິ​ຖີ​ພິ​ຖັນ. ຄຽງ​ຄູ່​ກັບປີ​ທ່ອງ​ທ່ຽວ​ລາວ 2024 ໝູນ​ວຽນ​ມາ​ເຖິງ, ປະ​ເທດ​ລາວ​ໄດ້​ກຽມຫຼາຍ​​ກິດ​ຈະ​ກຳເພື່ອ​ຕ້ອນ​ຮັບ​ນັກທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ທ່ານ ວັນ​ນະ​ເດດ ພົງ​ສຸກ​ທິດ ກ່າວ​ວ່າ: “ຫວັງ​ວ່າ, ໃນ​ອະ​ນາ​ຄົດ​ຈະ​ສາ​ມາດ​ຈັດ​ກິດ​ຈະ​ກຳ​ຮ່ວມ​ກັບ​ຝ່າຍ​ຈີນຫຼາຍກວ່າ​ເກົ່າ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽ​ສາ​ກົນ​ຕາມ​ທາງ​ລົດ​ໄຟລາວ​-ຈີນ.”

ໃນ​ໄລ​ຍະ​ຈັດ​ງານ​ຕະ​ຫຼາດ​ນັດການ​ທ່ອງ​ທ່ຽວ​ສາ​ກົນ​ຈີນ​ປີ 2023, ໄດ້​ເຜີຍ​ແຜ່ “ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ການ​ຮ່ວມ​ກັນ​ສ້າງ​ແລວ​ທາງວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ ແລະ ເສດ​ຖະ​ກິດ​ສາ​ກົນ​ຕາມ​ທາງ​ລົດ​ໄຟລາວ​-ຈີນ” ໂດຍ​ໄດ້​ສະ​ເໜີ​ໃຫ້​ສືບ​ຕໍ່​ປັບ​ປຸງ​ນະ​ໂຍ​ບາຍ​ການ​ທ່ອງ​ທ່ຽວ​ຕາມ​ທາງ​ລົດ​ໄຟ​ລາວ​-ຈີນ ​ໃຫ້​ດີ​ຂຶ້ນ,ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ວາງ​ແຜນ​ການ​ທ່ອງ​ທ່ຽວ​ຕາມ​ທາງ​ລົດ​ໄຟລາວ​-ຈີນ​ ຕື່ມ​ອີກ, ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ສ້າງ​ສາ​ສິ່ງ​ກໍ່​ສ້າງ​ທ່ອງ​ທ່ຽວ​ຕາມ​ທາງ​ລົດ​ໄຟ​ລາວ​-ຈີນຕື່ມ​ອີກ ແລະ​ ອື່ນໆ. ບຸກ​ຄົນ​ວົງ​ການ​ວັດ​ທະ​ນະ​ທຳ​ ແລະ ​ທ່ອງ​ທ່ຽວ​ຈີນ​ ແລະ​ ລາວ​ກ່າວ​ວ່າ, ຈະ​ຮ່ວມ​ກັນ​ສ້າງ “ເສັ້ນ​ທາງ​ແຫ່ງຄຳ” ແຫ່ງ​​ວັດ​ທະ​ນະທຳ ​ແລະ ​ທ່ອງ​ທ່ຽວຕາມ​ທາງລົດ​ໄຟ​ລາວ​-ຈີນ.
ບົດໂດຍ: ວິມົນ, Liu Ziyu

ທິວທັດທໍາມະຊາດຕາມທາງລົດໄຟ ລາວ-ຈີນ ສວຍສົດງົດງາມ