ຍອດ​ປະ​ລິ​ມານ​ການ​ຂົນ​ສົ່ງ​ສິນ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ ໃນ​ປີ 2023 ເພີ່ມ​ຂຶ້ນ 94,91% ເມື່ອ​ທຽບ​ໃສ່​ປີ 2022

2024-01-12 15:51:02
ມາຈາກ:

ປີ 2023, ດ່ານ​ພາ​ສີ​ຄຸນ​ໝິງ​ໄດ້​ຕິດ​ຕາມ, ຄຸ້ມ​ຄອງ ແລະ ປ່ອຍ​ສິນ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ໂດຍຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ​ ມີທັງ​ໝົດ 4.217.700 ໂຕນ, ເພີ່ມ​ຂຶ້ນ 94,91% ເມື່​ອ​ທຽບ​ໃສ່​ປີ 2022. ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ, ໝາກ​ໄມ້, ທາດ​ແຮ່​ເຫຼັກ, ຢາງ​ພາ​ລາ ແລະ ຜະ​ລິດ​ຕະ​ພັນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ອື່ນໆ ​ຂອງ​ບັ​ນ​ດາ​ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເຊັ່ນ: ລາວ ແລະ ໄທ​ ເປັນ​ຕົ້ນ​ໄດ້​ສົ່ງ​ເຂົ້າ​ຕະຫຼາດ​ຈີນ​ຢ່າງ​ຕໍ່​ເນື່ອງ, ຜະ​ລິດ​ຕະ​ພັນ​ປະ​ເພດ​ຕ່າງໆ​ຍັງ​ສາ​ມາດ​ຂົນ​ສົ່ງ​ໄປ​ສູ່​ປະ​ເທດ​ອື່ນໂດຍ​ຜ່ານ​ຂະ​ບວນ​ລົດ​ໄຟ​ຈີນ-ເອີ​ຣົບ ແລະ ຊ່ອງ​ທາງ​ໃໝ່​ທາງ​ບົກ ​ແລະ ​ທາງ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.
ບົດໂດຍ: Liu Ziyu

ຍອດ​ປະ​ລິ​ມານ​ການ​ຂົນ​ສົ່ງ​ສິນ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ ໃນ​ປີ 2023 ເພີ່ມ​ຂຶ້ນ 94,91% ເມື່ອ​ທຽບ​ໃສ່​ປີ 2022