ກະຊວງການຕ່າງປະເທດຈີນ: ຈີນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ລັດຖະບາຍນາອູຣູທີ່ຕັດຂາດອັນທີ່ເອີ້ນວ່າ “ການພົວພັນທາງການທູດ” ກັບອົງການປົກຄອງເຂດໄຕ້ຫວັນ

2024-01-16 17:54:40
ມາຈາກ:CRI

ຕາມຂ່າວແຈ້ງວ່າ, ວັນທີ 15 ມັງກອນນີ້, ລັດຖະບານເປຣູປະກາດຢ່າງເປັນທາງການວ່າ, ຕົກລົງຮັບຮອງຫຼັກການປະເທດຈີນດຽວ, ຕັດຂາດອັນທີ່ເອີ້ນວ່າ “ການພົວພັນທາງການທູດ” ກັບອົງການປົກຄອງເຂດໄຕ້ຫວັນ, ຍິນດີຟື້ນຟູສາຍພົວພັນທາງການທູດກັບຈີນ.

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 15 ມັງກອນນີ້, ທ່ານນາງເໝົາໜີງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ໃນຖານະເປັນປະເທດທີ່ມີອະທິປະໄຕ ແລະເປັນເອກະລາດ, ນາອູຣູໄດ້ປະກາດຮັບຮອງຫຼັກການປະເທດຈີນດຽວ, ຕັດຂາດອັນທີ່ເອີ້ນວ່າ “ການພົວພັນທາງການທູດ” ກັບອົງການປົກຄອງເຂດໄຕ້ຫວັນ, ຍິນດີຟື້ນຟູສາຍພົວພັນທາງການທູດກັບຈີນ, ໄດ້ຢືນຢັນຢ່າງເຕັມສ່ວນອີກເທື່ອໜຶ່ງວ່າ, ຫຼັກການປະເທດຈີນດຽວແມ່ນຄວາມປາຖະໜາຂອງທຸກຄົນ, ຖືກຕ້ອງຕາມທ່າອ່ຽງໃຫຍ່. ຝ່າຍຈີນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຕົກລົງຂອງລັດຖະບານນາອູຣູ, ຍິນດີເປີດໜ້າໃໝ່ແຫ່ງການພົວພັນລະຫວ່າງສອງປະເທດ ບົນພື້ນຖານຫຼັກການປະເທດຈີນດຽວ.

ກະຊວງການຕ່າງປະເທດຈີນ: ຈີນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ລັດຖະບາຍນາອູຣູທີ່ຕັດຂາດອັນທີ່ເອີ້ນວ່າ “ການພົວພັນທາງການທູດ” ກັບອົງການປົກຄອງເຂດໄຕ້ຫວັນ