ສາຍແນນກັບກາເຟຢຸນນານ

2024-01-18 20:12:09
ມາຈາກ:

ຢຸນ​ນານ​ ເປັນ​ແຂວງ​ທີ່​ມີ​ເນື້ອ​ທີ່​ປູກ​ກາ​ເຟ​ໃຫຍ່​ທີ່​ສຸດ​ຂອງ​ຈີນ, ມີ​ປະ​ຫວັດ​ການ​ປູກ​ກາ​ເຟ​ມາ​ເປັນເວ​ລາ​ຮ້ອຍກວ່າ​ປີ​ແລ້ວ, ເນື້ອ​ທີ່​ປູກ ແລະ ຜົນ​ຜະ​ລິດ​ກາ​ເຟລ້ວນ​ແຕ່​ໄດ້​ກວມ 98% ຂອງ​ຈີນ ​ຂຶ້ນ​ໄປ. ປັດ​ຈຸ​ບັນ​ນີ້, ເນື້ອ​ທີ່​ປູກ​ກາ​ເຟ​ຂອງ​ແຂວງ​ຢຸນ​ນານ ​ມີ​ເຖິງ 84.700 ເຮັກ​ຕາ, ຜົນ​ຜະ​ລິດ ກາ​ເຟ​ດິບ​ມີ​ເຖິງ 114.00 ໂຕນ, ມູນ​ຄ່າ​ການ​ຜະ​ລິດ​ສັງ​ລວມ​ມີ​ເຖິງ 41,8 ຕື້ຢວນ​ຂຶ້ນ​ໄປ. ແຫຼ່ງ​ປູກ​ກາ​ເຟ​ຂອງ​ແຂວງ​ຢຸນ​ນານ​ຕົ້ນ​ຕໍ​ຢູ່​ນະ​ຄອນ​ຜູ​ເອີ, ນະ​ຄອນ​ປາວ​ຊານ, ນະ​ຄອນ​ລິນ​ຊາງ ແລະ ກິ່ງແຂວງ​ເຕີ​ຫົງ​ເປັນ​ຕົ້ນ. ໃນ​ນັ້ນ, ຜົນ​ຜະ​ລິດ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ ມາ​ຈາກ​ນະ​ຄອນ​ຜູ​ເອີ. ກາ​ເຟ​ຢຸນ​ນານ ​ໄດ້​ດຶງ​ດູດ​ນັກ​ວິ​ຊາ​ການ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ກາ​ເຟ​ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ ມາ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ນີ້, ເຮັດ​ໃຫ້​ກາ​ເຟ​ແຂວງ​ຢຸນ​ນານ ​ມີ​ຄຸນ​ນະ​ພາບ​ນັບ​ມື້​ນັບ​ດີ​ຂຶ້ນ.

‘3 ເຊັ່ນຄົນ’’ ທີ່ສືບທອດພາລະກິດກາເຟເປັນເວລາ 26 ປີ

ຢູ່​ສວນ​ກາ​ເຟ​ສຽວ​ອາວ​ຈື ​ນະ​ຄອນ​ຜູ​ເອີ​ ແຂວງ​ຢຸນ​ນານ, ມີ ​“3 ເຊັ່ນ​ຄົນ” ໃນ​ຄອບ​ຄົວ​ໜຶ່ງໄດ້ສືບ​ທອດ​ພາ​ລະ​ກິດ​ກາ​ເຟ​ມາ​ເປັນ​ເວ​ລາ 26 ປີ.

ໃນ​ທ້າຍ​ຊຸມ​ປີ 1980, ນະ​ຄອນ​ຜູ​ເອີ ​ໄດ້​ທົດ​ລອງ​ເຜີຍ​ແຜ່​ການ​ປູກ​ກາ​ເຟ​ ໃນ​ເນື້ອ​ທີ່ກວ້າງ, ທ່ານ​ ລຽວ​ຊິວ​ກຸ້ຍ ​ໄດ້​ຮັບ​ເຊີນ​ເຂົ້າ​ມາ​ປູກ​ກາ​ເຟ​ຢູ່​ນະ​ຄອນ​ຜູ​ເອີ​ ຈາກ​ແຂວງ​ໄຫນານ ໃນ​ຖາ​ນະ​ເປັນ​ນັກ​ວິ​ຊາ​ການ. ​ທ່ານ ໄດ້​ເຜີຍ​ແຜ່​ບົດ​ຮຽນ​ດ້ານ​ການ​ປູກ​ກາ​ເຟ​ຂອງ​ຕົນ​ ໃຫ້​ຊາວ​ກະ​ສິ​ກອນ​ປູກ​ກາ​ເຟ​ທ້ອງ​ຖິ່ນ ແລະ ກາຍ​ເປັນ​ໜຶ່ງ​ໃນ​ຜູ້​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ກາ​ເຟ​ຂອງ​ນະ​ຄອນ​ຜູ​ເອີ.

ປີ 1997, ທ່ານ​ ລຽວ​ຊິວ​ກຸ້ຍ ທີ່​ອອກ​ບຳ​ນານ​ ແລ້ວ​ເລີ່ມ​ເໝົາ​ດິນເພື່ອ​ປູກ​ໄຮ່​ກາ​ເຟ​ ໃນ​ຄວາມ​ຝັນ​ຂອງ​ຕົນ. ການ​ເວ​ລາ​ໄດ້​ຜ່ານ​ພົ້ນ​ໄປ, ທ່ານ​ ລຽວ​ເຊິງ ຜູ້​ເປັນ​ລູກ ແລະ ທ້າວ​ລຽວ​ຊື​ຫາວ ຜູ້​ເປັນຫຼານ ກໍ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ປູກ​ກາ​ເຟ​ຕາມໆ​ກັນ. ທ້າວ ​ລຽວ​ຊື​ຫາວ ພາຍຫຼັງ​ຮຽນ​ຈົບ​ຈາກ​ມະ​ຫາວິ​ທະ​ຍາ​ໄລ​ແລ້ວ ​ກັບ​ເມືອ​ນະຄອນ​ຜູ​ເອີ ໃນ​ປີ 2019, ລາວ​ເວົ້າ​ວ່າ: ກາ​ເຟ​ຈີນ​ ຍັງ​ມີ​ຄວາມສາ​ມາດບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ ແລະ ຈະ​ເຮັດ​ໄດ້​ດີກວ່າ​ເກົ່າ​ໃນ​ອະ​ນາ​ຄົດ.”

  

ສາຍແນນກາເຟຂອງ ທ່ານ ມາຕີໂປລັກ

“ກາ​ເຟ​ຜູ​ເອີ​ ດີຫຼາຍ, ກາ​ເຟ​ຢຸນ​ນານ​ ກໍ​ດີ​ຄື​ກັນ, ສາ​ມາດ​ກ້າວ​ເດີນ​ໄປ​ສູ່​ທົ່ວ​ໂລກ.” ທ່ານ ​ມາ​ຕີໂປ​ລັກ ຈາກ​ລັດ​ເທັກ​ຊາ​ສ​ ຂອງ​ອາ​ເມ​ຣິ​ກາ ​ກ່າວ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ການ​ປ່ຽນ​ແປງ​ໃຫຍ່​ທີ່​ສຸດ​ ສຳ​ລັບ​ກາ​ເຟ​ຢຸນ​ນານ ​ກໍ​ແມ່ນ​ຄຸນ​ນະ​ພາບ​ຂອງ​ກາ​ເຟ ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນຫຼາຍ.

ປີ 2005, ທ່ານ ມາ​ຕີໂປລັກ ​ໄດ້​ເດີນ​ທາງ​ໄປ ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ຮຽນ​ທັງ​ພາ​ສາ​ຈີນ ທັງຮຽນ ຮູ້​ກ່ຽວ​ກັບ​ການ​ເປີດ​ຮ້ານ​ເຄັກ ແລະ ຮ້ານ​ກາ​ເຟ. ປີ 2014, ທ່ານ ​ມາ​ຕີໂປ​ລັກ​ ໄດ້​ຍ້າຍ​ໄປ​ປະ​ຈຳ​ຢູ່​ນະ​ຄອນ​ຜູ​ເອີ ​ແຂວງ​ຢຸນ​ນານ ແລະ ເປີດ​ຫ້ອງ​ທົດ​ລອງ​ກາ​ເຟ​ຈູ້​ຕຽນ​ ຢູ່​ນະ​ຄອນ​ຜູ​ເອີ ​ໃນ​ປີ 2015. ຫ້ອງ​ທົດ​ລອງ​ກາ​ເຟ​ແຫ່ງ​ນີ້ ​ບໍ່​ພຽງ​ແຕ່​ເປັນ​ຮ້ານ​ກາ​ເຟ ທີ່​ສາ​ມາດ​ຜະ​ລິດ​ກາ​ເຟ​ທ້ອງ​ຖິ່ນ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ເທົ່າ​ນັ້ນ, ຫາກຍັງ​ມີຫຼັກ​ສູດ​ກາ​ເຟ​ວິ​ຊາ​ການ​ຕ່າງໆ ຂອງ​ສະ​ມ​າຄົມ​ກາ​ເຟ​ແບບ​ຍືນ​ຍົງ ຫຼື​ SCI, ສະ​ມາ​ຄົມ​ກາ​ເຟ​ວິ​ຊາ​ການ ຫຼື SCA ແລະ ສະ​ມາ​ຄົມຄຸນ​ນະ​ພາບ​ກາ​ເຟ ຫຼື CQI ຊຶ່ງໄດ້​ຊຸກ​ຍູ້​ໃຫ້​ກາ​ເຟ​ຢຸນ​ນານ ​ມີ​ຄຸນ​ນະ​ພາບ​ນັບ​ມື້​ນັບ​ດີ​ຂຶ້ນ ແລະ ເຮັດໃຫ້​ກາ​ເຟ ​ທີ່​ມີ​ຄຸນ​ນະ​ພາບ​ດີ ມີ​ບັນ​ຍາ​ກາດ​ການ​ຄ້າ​ນັບ​ມື້​ນັບຫຼາຍ​ຂຶ້ນ.

ໃນ​ອະ​ນາ​ຄົດ, ທ່ານ​ ມາ​ຕີໂປ​ລັກ ທີ່​ເອີ້ນ​ຕົນ​ເປັນ​ຊາວ​ຢຸນ​ນານ​ໃໝ່ ​ຫວັງ​ວ່າ, ຈະ​ສາມາດ​ເພີ່ມ​ມູນ​ຄ່າ​ເພີ່ມ​ໃຫ້​ກາ​ເຟຫຼາຍກວ່າ​ເກົ່າ ເພື່ອ​ສະ​ໜອງ​ກາ​ເຟ​ ທີ່​ມີ​ຄຸນ​ນະ​ພາບ​ດີ​ຂອງ​ຢຸນ​ນານ​ ໃຫ້​ແກ່​ລູກ​ຄ້າດ້ວຍ​ວິ​ທີ​ໂດຍ​ກົງ​ທີ່​ສຸດ, ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​ທຸກ​ທ່ານ ​ລ້ວນ​ແຕ່​ມີ​ໂອ​ກາດ​ຊິມ​ກາ​ເຟ​ຢຸນ​ນານທີ່​ດີ.
ແຫຼ່ງຂ່າວ: ​ຂ່າວສານ CMG, ຂໍ້ມູນຂ່າວສານຈິ່ນໄທ

 

ສາຍແນນກັບກາເຟຢຸນນານ