ວິສາຫະກິດກາເຟ 200 ກວ່າແຫ່ງ​ເຂົ້າຮ່ວມ ງານວາງສະແດງກາເຟສາກົນຈີນ (ຜູເອີ)

2024-01-19 18:02:19
ມາຈາກ:

ຫວ່າງມໍ່ໆມານີ້, ງານວາງສະແດງກາເຟສາກົນຈີນ (ຜູເອີ) ພາຍໃຕ້ຫົວ​ຂໍ້ “ກາເຟ​ຈີນ-ທົ່ວໂລກຊົມໃຊ້ຮ່ວມກັນ” ໄດ້ຈັດຂຶ້ນຢູ່ນະຄອນຜູເອີ​ແຂວງຢຸນນານ ສປ ຈີນ. ຝ່າຍ​ຕ່າງໆ​ໄດ້ອອກ “ຂໍ້ລິເລີ່ມຜູເອີວ່າດ້ວຍກາເຟ​ຈີນ-ທົ່ວ​ໂລກຊົມໃຊ້ຮ່ວມກັນ” ໂດຍ​ມີໂຄງການກາເຟ 12 ໂຄງການ​ໄດ້ລົງລາຍເຊັນໃນໄລຍະຈັດງານວາງສະແດງຢ່າງ​ເປັນເອກະພາບກັນ.

ງານວາງສະແດງຄັ້ງນີ້​ໄດ້ດຶງດູດວິສາຫະກິດກາເຟ 200 ກວ່າແຫ່ງຂອງໂລກ​ເຂົ້າຮ່ວມ, ຜູ້ແທນຈາກ 10 ກວ່າປະເທດ ແລະ ເຂດແຄວ້ນ​ໄດ້ຮ່ວມກັນປຶກສາຫາລື​ກ່ຽວກັບອະນາຄົດອັນສົດໃສຂອງກາເຟ. ຕາມຂ່າວແຈ້ງວ່າ, “ງານວາງສະແດງກາເຟສາກົນຜູເອີ” ໄດ້ປະສົບຄວາມສໍາເລັດໃນການຈັດງານມາແລ້ວ​ 2 ຄັ້ງ, ໂດຍມີວິສາຫະກິດ 300 ກວ່າແຫ່ງ​​ຈາກ 21 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມງານວາງສະແດງ ແລະ ໄດ້ຕ້ອນຮັບນັກວິຊາ​ການເກືອບ 20.000 ເທື່ອຄົນ. ມູນຄ່າໃບສັ່ງຈອງສິນຄ້າທີ່ຕົກລົງກັນໃນສັນຍາຂອງ​ນັກ​ທຸລະກິດຈັດຊື້ກາເຟມີເຖິງ 2,236 ຕື້ຢວນ.
ແຫຼ່ງຂ່າວ: ເວັບໄຊຢຸນນານ

 

ວິສາຫະກິດກາເຟ 200 ກວ່າແຫ່ງ​ເຂົ້າຮ່ວມ ງານວາງສະແດງກາເຟສາກົນຈີນ (ຜູເອີ)