ກະຊວງອຸດສາຫະກຳແລະຫັນເປັນຂໍ້ມູນຂ່າວສານຈີນ: ການສົ່ງອອກລົດຍົນຂອງຈີນໃນປີ 2023 ໄດ້ຂຶ້ນເປັນອັນດັບ 1 ຂອງໂລກເປັນຄັ້ງທຳອິດ

2024-01-19 18:05:29
ມາຈາກ:CRI

ຕອນເຊົ້າວັນທີ 19 ມັງກອນນີ້, ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໂດຍໄດ້ແຈ້ງສະພາບການພັດທະນາດ້ານອຸດສາຫະກຳແລະຫັນເປັນຂໍ້ມູນຂ່າວສານຂອງຈີນໃນປີ 2023.

ໃນກອງປະຊຸມ,ຜູ້ຮັບຜິດຊອບທີ່ກ່ຽວຂ້ອງໄດ້ແນະນຳໃຫ້ຮູ້ວ່າ: ເສດຖະກິດທາງດ້ານອຸດສາຫະກຳຂອງຈີນໃນປີ 2023 ໄດ້ພັດທະນາໄປໃນທາງທີ່ດີໂດຍລວມ,ຂະໜາດໂດຍລວມຂອງອຸດສາຫະກຳການຜະລິດແມ່ນໄດ້ຄອງອັນດັບ 1 ຂອງໂລກເປັນ 14 ປີລຽນຕິດ. ປີ 2023, ປະລິມານການຜະລິດແລະຈຳໜ່າຍລົດຍົນຂອງຈີນຕ່າງໄດ້ບັນລຸຫຼາຍກວ່າ 30 ລ້ານຄັນ, ການຜະລິດໄດ້ເພີ່ມຂຶ້ນ 11,6% ແລະການຈຳໜ່າຍໄດ້ເພີ່ມຂຶ້ນ 12% ເມື່ອທຽບໃສ່ປີ 2022, ໄດ້ສ້າງສະຖິຕິໃໝ່ທາງປະຫວັດສາດ, ຄອງຖານະອັນດັບ 1 ຂອງໂລກ 15 ປີລຽນຕິດ. ໃນນັ້ນປະລິມານການສົ່ງອອກລົດຍົນມີເຖິງ 4,91 ລ້ານຄັນ, ເພີ່ມຂຶ້ນ 57,9% ເມື່ອທຽບໃສ່ປີ 2022, ໄດ້ກ້າວຂຶ້ນເປັນອັນດັບ 1 ຂອງໂລກເປັນຄັ້ງທຳອິດ.

ກະຊວງອຸດສາຫະກຳແລະຫັນເປັນຂໍ້ມູນຂ່າວສານຈີນ: ການສົ່ງອອກລົດຍົນຂອງຈີນໃນປີ 2023 ໄດ້ຂຶ້ນເປັນອັນດັບ 1 ຂອງໂລກເປັນຄັ້ງທຳອິດ