ເກີດແຜ່ນດິນໄຫວຄວາມແຮງ 7.1 ຣິກເຕີ ຢູ່ເມືອງ ອູຊີເຂດອາເຄີຊູ ເຂດປົກຄອງຕົນເອງຊົນເຜົ່າວິວເວີຊິນຈຽງປະເທດຈີນ

2024-01-24 15:20:56
ມາຈາກ:

ເວລາ 2 ໂມງ 9 ນາທີ ວັນທີ 23 ມັງກອນນີ້, ໄດ້ເກີດແຜ່ນດິນໄຫວຄວາມແຮງ 7.1 ຣິກເຕີ ຢູ່ເມືອງ ອູຊີເຂດອາເຄີຊູເຂດປົກຄອງຕົນເອງຊົນເຜົ່າວິວເວີຊິນຈຽງ ພາກຕາເວັນຕົກສຽງເໜືອຂອງຈີນ(ເສັ້ນຂະໜານ 41.26 ອົງສາເໜືອ, ເສັ້ນແວງ 78.63 ອົງສາຕາເວັນອອກ), ລະດັບເລິກຈາກເທິງໜ້າດິນຫາແຫຼ່ງແຜ່ນດິນໄຫວ(ຄວາມເລິກຈຸດສຸມ) ແມ່ນ 22 ກິໂລແມັດ. ມາຮອດເວລາ 8 ໂມງ 20 ນາທີ, ໄດ້ເກີດແຜ່ນດີນໄຫວຂະໜາດນ້ອຍຕາມມາຫຼາຍຄັ້ງທັງໝົດ 43 ເທື່ອ, ເປັນແຮງສັ່ນສະເທືອນສູງສຸດ 5,3 ຣິກເຕີ.

ປັດຈຸບັນ, ກະຊວງຄຸ້ມຄອງວຽກງານຮັບມືກັບກໍລະນີສຸກເສີນແຫ່ງຊາດຈີນໄດ້ປະກາດຂ່າວວ່າ,ຈັດສັນຜ້າເຕັ້ນຝ້າຍ 1,000 ໂຕ, ເສື້ອຍວງຝ້າຍ(ເສື້ອກັນໜາວ) 5,000 ໂຕ, ຜ້າຫົ່ມ 5,000 ຜືນ, ເສື່ອນອນຜ້າຝ້າຍ 5,000 ຕຽງ, ຕຽງພັບ 5,000 ຕຽງ, ແລະ ເຕົາອົບ 1,000 ເຄື່ອງ, ເພື່ອສະໜັບສະໜູນເຂດປົກຄອງຕົນເອງຊົນເຜົ່າວິວເວີຊິນຈຽງຢ່າງເຕັມສ່ວນ ເຮັດວຽກຮັບປະກັນໃນການກູ້ໄພແຜ່ນດິນໄຫວ ແລະ ການຍົກຍ້າຍຈັດສັນຖິ່ນຖານໃໝ່ສໍາລັບຜູ້ປະສົບໄພ.

ແຫຼ່ງຂ່າວ: ສຳນັກຂ່າວຊິນຮວາ

ເກີດແຜ່ນດິນໄຫວຄວາມແຮງ 7.1 ຣິກເຕີ ຢູ່ເມືອງ ອູຊີເຂດອາເຄີຊູ ເຂດປົກຄອງຕົນເອງຊົນເຜົ່າວິວເວີຊິນຈຽງປະເທດຈີນ