ປີ 2024, ຢູນນານເປັນແນວໃດ| ໃນປີ 2023, ແຂວງຢູນນານຈະຕ້ອນຮັບນັກທ່ອງທ່ຽວ 1.042.000.000 ເທື່ອຄົນ ແລະ ລາຍຮັບຈາກການທ່ອງທ່ຽວທັງຫມົດຈະບັນລຸ 1.440.000.000.000 ຢວນ

2024-01-25 10:11:59
ມາຈາກ:

ປີ 2023, ແຂວງຢູນນານໄດ້ເພີ່ມເຂດສາທິດການພັດທະນາແບບປະສົມເຂົ້າກັນດ້ານວັດທະນະທຳແລະການທ່ອງທ່ຽວແຫ່ງຊາດໃໝ່ 2 ແຫ່ງ, ທັດສະນີຍະພາບວັດທະນະທຳປ່າຊາບູຮານພູຈິງມ້າຍໄດ້ຖືກນຳເຂົ້າເປັນມໍລະດົກໂລກຢ່າງສໍາເລັດຜົນ. “ແບບແຜນຊີວິດຢູ່ຢຸນນານ” ຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວແຂວງຢູນນານ, ແຂວງຢູນນານຈະໄດ້ຮັບນັກທ່ອງທ່ຽວ 1,042 ຕື້ເທື່ອຄົນ(1.042.000.000) ແລະ ລາຍຮັບຈາກການທ່ອງທ່ຽວທັງຫມົດບັນລຸ 1.440 ຕື້ຢວນ(1.440.000.000.000). 

ທ່ານ ຫູຈ້ຽນຣົງ ຄະນະກຳມະການປະຈຳສະພາປຶກສາການເມືອງແຂວງຢູນນານ, ຮອງເຈົ້າຄອງນະຄອນພູເອີກ່າວວ່າ,“ທັດສະນີຍະພາບວັດທະນະທຳປ່າຊາບູຮານພູຈິງມ້າຍໄດ້ຖືກນຳເຂົ້າເປັນມໍລະດົກໂລກຢ່າງສຳເລັດຜົນໄດ້ນຳມາເຊິ່ງກາລະໂອກາດໃນການພັດທະນາໃຫ້ແກ່ຂະແໜງການທ່ອງທ່ຽວວັດທະນະທຳ ແລະ ອຸດສາຫະກຳຊາຂອງທ້ອງຖິ່ນ, ໃນໄລຍະວັນພັກບຸນປີໃໝ່ນີ້, ຈຳນວນນັກທ່ອງທ່ຽວທີ່ໄປທ່ຽວຢູ່ພູຈິງມ້າຍໄດ້ເພີ່ມຂຶ້ນ 274% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຊຸກຍູ້ໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນຢ່າງມີປະສິດທິຜົນ. ຄາດວ່າລາຍຮັບຕໍ່ຫົວຄົນຂອງຊາວກະສິກອນຢູ່ພູຈິງມ້າຍຈະລື່ນກາຍ 23.000 ຢວນໃນປີ 2023. ການປ່ຽນແປງທີ່ເກີດຂຶ້ນມາຈາກພູຈິງມ້າຍບໍ່ແມ່ນພຽງແຕ່ເທົ່ານັ້ນ, ຄວາມເໝັ້ນໃຈດ້ານວັດທະນະທຳ ແລະ ການພັດທະນາສີຂຽວໄດ້ຮັບການປັບປຸງຢ່າງຫຼວງຫຼາຍ.”

ແຫຼ່ງຂ່າວ: ໜັງສຶພີມລາຍວັນຢູນນານ ເວັບໄຊຢູນນານ

ນັກຂ່າວ: ເກົ່າຢີຢີ ເຜິງຊີ ຢາງຜິງ ຢາງຈີຈວຽນ ວັງຊູຈວຽນ

ປີ 2024, ຢູນນານເປັນແນວໃດ| ໃນປີ 2023, ແຂວງຢູນນານຈະຕ້ອນຮັບນັກທ່ອງທ່ຽວ 1.042.000.000 ເທື່ອຄົນ ແລະ ລາຍຮັບຈາກການທ່ອງທ່ຽວທັງຫມົດຈະບັນລຸ 1.440.000.000.000 ຢວນ