ປີ 2024 , ຢູນນານເປັນແນວໃດ | GDP ຂອງແຂວງຢູນນານຈະລື່ນກາຍ 3 ພັນຕື້ຢວນເປັນຄັ້ງທຳອິດໃນປີ 2023

2024-01-25 15:15:52
ມາຈາກ:

ຍອດມູນຄ່າເສດຖະກິດຂອງແຂວງຢູນນານຈະລື່ນກາຍ 3 ພັນຕື້ຢວນເປັນຄັ້ງທຳອິດໃນປີ 2023 ຫລັງຈາກບັນລຸ 1 ພັນຕື້ຢວນໃນປີ 2012.

ປີ 2023, GDP ຂອງແຂວງຢູນນານຈະເຕີບໂຕ 4,4%, ມູນຄ່າເພີ່ມຂອງອຸດສາຫະກຳສູງກວ່າຂະໜາດທີ່ກຳນົດ (ວິສາຫະກິດອຸດສາຫະກໍາທີ່ມີລາຍຮັບທຸລະກິດຕໍ່ປີຫຼາຍກ່ວາ 20 ລ້ານຢວນ)ຈະເພີ່ມຂຶ້ນ 5,2%, ມູນຄ່າເພີ່ມຂອງອຸດສາຫະກຳຂັ້ນຕົ້ນຈະເຕີບໂຕ 4,2%, ມູນຄ່າເພີ່ມຂອງອຸດສາຫະກຳຊັ້ນສູງຈະເພີ່ມຂຶ້ນ 5,7%, ຍອດມູນຄ່າການຂາຍຍ່ອຍຂອງສິນຄ້າອຸປະໂພກບໍລິໂພກຈະເພີ່ມຂຶ້ນ 6,7%, ລາຍໄດ້ທີ່ສາມາດໃຊ້ຈ່າຍໄດ້ສະເລ່ຍຕໍ່ຫົວຄົນຂອງປະຊາກອນເພີ່ມຂຶ້ນ 5,5%, ຍອດຜະລິດຕະພັນທັນຍາຫານບັນລຸ 19,74 ລ້ານໂຕນ, ຊຶ່ງສູງສຸດເປັນປະຫວັດການ.

ແຫຼ່ງຂ່າວ: ເວັບໄຊຢູນນານ

ນັກຂ່າວ: ເຜິງຊີ ຢາງຜິງ ເກົ່າຢີຢີ ຢາງຈີຈວຽນ

ປີ 2024 , ຢູນນານເປັນແນວໃດ | GDP ຂອງແຂວງຢູນນານຈະລື່ນກາຍ 3 ພັນຕື້ຢວນເປັນຄັ້ງທຳອິດໃນປີ 2023