ປີ 2024 , ຢູນນານເປັນແນວໃດ | ນະວັດຕະກຳທາງວິທະຍາສາດ ແລະ ເຕັກໂນໂລຊີນຳໜ້າການພັດທະນາກະສິກຳຄຸນນະພາບສູງຂອງຢູນນານ

2024-01-29 15:36:41
ມາຈາກ:

ປີ 2024, ແຂວງຢູນນານຈະເສີມຂະຫຍາຍ ແລະ ປັບປຸງການກະສິກຳທີ່ມີລັກສະນະພິເສດເຂດພູພຽງ. ເສີມຂະຫຍາຍການກະສິກຳເຊີງນິເວດ, ກະສິກຳສິ່ງຕິດຕັ້ງ, ກະສິກຳປະສິດທິພາບສູງ, ກະສິກຳຊົມໃຊ້ນຳກັນ. ສຳເລັດການສາທິດການນຳໃຊ້ອຸດສາຫະກຳການເພາະພັນໃໝ່ທາງຊີວະພາບໃນເນື້ອທີ່ 26.666 ເຮັກຕາ. ຊູກຍູ້ການປະສານສົມທົບການພັດທະນາພືດສະບຽງອາຫານ ແລະ ພືດເສດຖະກິດ, ສືບຕໍ່ສ້າງເຂດບຸກເບີກພັດທະນາກະສິກຳສີຂຽວແຫ່ງຊາດ ແລະ ເຂດອຸດສາຫະກຳກະສິກຳທັນສະໄໝ, ຄົ້ນຄວ້າກໍ່ສ້າງເຂດການສາທິດທົດລອງປັນຍາປະດິດທາງກະສິກຳອັດສະລິຍະ, ຍື່ນຂໍຈັດຕັ້ງເມືອງສໍາຄັນລະດັບຊາດສໍາລັບການກະສິກຳເພື່ອການພັກຜ່ອນຢ່ອນອາລົມ. ເລັ່ງລັດການກໍ່ສ້າງເຂດນຳພາການພັດທານາການເຊື່ອມໂຍງເຂົ້າກັບກະສີິກຳ, ອຸດສາຫະກຳ ແລະ ຂະແໜງການບໍລິການໃນເຂດຊົນນະບົດ. ກໍ່ສ້າງຕະຫຼາດການຄ້າສິນຄ້າກະສິກຳລັກສະນະພິເສດແບບສະເພາະທາງໃນລະດັບສູງ.

"ເຕັກໂນໂລຊີສາມາດຊ່ວຍໃຫ້ເກີດນະວັດຕະກໍາໃນຂົງເຂດກະສິກໍາ ແລະ ສະບຽງອາຫານ, ປັບປຸງປະລິມານການຜະລິດ ແລະ ປະສິດທິພາບຂອງພືດພັນທັນຍາຫານ." ທ່ານ ຢານເຖົ່າຊົງ ຄະນະກຳມະການປະຈຳສະພາປຶກສາການເມືອງແຂວງຢູນນານເຊື່ອວ່າ,ໃນປັດຈຸບັນຂອງຢູນນານໃນການສົ່ງເສີມນະວັດຕະກຳວິທະຍາສາດ-ເຕັກໂນໂລຊີທາງການກະເສດຕ້ອງກຳແໜ້ນຂໍ້ໃຫຍ່ໃຈຄວາມວິສະວະກໍາກິດຈະການແນວພັນທັນຍາຫານ, ກະສິກໍາອິນຊີ ແລະ ສີຂຽວ, ກະສິກໍາດິຈິຕອນ, ກະສິກໍາເຄື່ອງຈັກ ແລະ ອຸປະກອນ. ບຸກຄະລາກອນທີ່ມີເຕັກນິກວິທະຍາສາດທາງດ້ານການກະສິກໍາ.

 

“ສົ່ງເສີມເຕັກໂນໂລຊີເຂົ້າທີ່ມີຄຸນນະພາບສູງໃນເຂດແຫ້ງແລ້ງຂອງແຂວງຢູນນານໃນຊຸມປີມໍ່ໆມານີ້, ຜ່ານນະວັດຕະກຳແນວພັນເຂົ້າ ແລະ ນະວັດຕະກຳເຕັກໂນໂລຊີປົກປັກຮັກສາພືດ, ໄດ້ເຮັດໃຫ້ການຜະລິດເຂົ້າທີ່ມີຄຸນນະພາບສູງຢູ່ເຂດພູດອຍ ແລະ ເຂດແຫ້ງແລ້ງ,ແກ້ໄຂບັນຫາສະບຽງອາຫານຂອງປະຊາຊົນຢູ່ເຂດພູດອຍ. " ທ່ານ ຈູຊູເຊິງ ຄະນະກຳມະການປະຈຳສະພາປຶກສາການເມືອງແຂວງຢູນນານສະເຫນີວ່າ,ໂດຍອີງໃສ່ຄຸນລັກສະນະພາກພື້ນ ແລະ ທ່າແຮງອຸດສາຫະກໍາຂອງກະສິກໍາພູພຽງຢູນນານທີ່ມີຂໍ້ໄດ້ປຽບ, ສົ່ງເສີມການເຊື່ອມໂຍງຢ່າງເລິກເຊິ່ງຂອງສາມຕ່ອງໂສ້ "ຕ່ອງໂສ້ບຸກຄະລາກອນ + ຕ່ອງໂສ້ນະວັດຕະກໍາ + ຕ່ອງໂສ້ອຸດສາຫະກໍາ", ແລະນໍາໃຊ້ນະວັດຕະກໍາເພື່ອ ຊຸກຍູ້ການພັດທະນາຄຸນນະພາບສູງ ຂອງກະສິກໍາລັກສະນະພິເສດເຂດພູພຽງ.

ແຫຼ່ງຂ່າວ: ເວບໄຊຢູນນານ

ປີ 2024 , ຢູນນານເປັນແນວໃດ | ນະວັດຕະກຳທາງວິທະຍາສາດ ແລະ ເຕັກໂນໂລຊີນຳໜ້າການພັດທະນາກະສິກຳຄຸນນະພາບສູງຂອງຢູນນານ