ປີ 2024 , “ຢູນນານເປັນແນວໃດ | ທ່ານນາງ ຕາວເລີຍ: ຊຸກຍູ້ການພັດທະນາອຸດສາຫະກໍາແບບເອົາໄມ້ໄຜ່ແທນປລາສຕິກ

2024-01-29 17:36:57
ມາຈາກ:

ປີ 2024 ແຂວງຢູນນານຈະອອກແຮງຊຸກຍູ້ການພັດທະນາສີຂຽວໂດຍການໃຊ້ກາກບອນຕໍ່າ. ອອກແຮງພັດທະນາເສດຖະເສດຢູ່ໃຕ້ປ່າໄມ້ ແລະ ອຸດສາຫະກໍາແບບເອົາໄມ້ໄຜ່ແທນປລາສຕິກ.

ທ່ານນາງ ຕາວເລີຍ (Dao Lei) ຜູ້ແທນປະຊາຊົນແຂວງຢູນນານ ກ່າວວ່າ ໄມ້ໄຜ່ເປັນວັດຖຸຊີວະພາບທີ່ເຕີບໂຕໄວ ແລະ ສາມາດຍ່ອຍສະຫຼາຍໄດ້, ຈຶ່ງເປັນສິ່ງທົດແທນ ປລາສຕິກ ທີ່ສໍາຄັນ.

ທ່ານນາງ ຕາວເລີຍ ກ່າວວ່າ, ໃນດິນແດນຂອງ ກິ່ງແຂວງປົກຄອງຕົນເອງເຜົ່າລື້-ເຜົ່າຈິງໂຜ ເຕີຫົງ ມີໄມ້ໄຜ່ພື້ນເມືອງ 20 ສະກຸນ ແລະ 82 ຊະນິດ, ເປັນເຂດທີ່ໄມ້ໄຜ່ກະຈາຍ ແລະ ອຸດົມສົມບູນທີ່ສຸດຂອງແຂວງຢູນນານ ກໍຄືທົ່ວໂລກ. ລາວ ເຫັນວ່າ, ຕ້ອງເພີ່ມທະວີການໂຄສະນາ ທ່າແຮງຂອງການເອົາໄມ້ໄຜ່ແທນປລາສຕິກ ໃຫ້ປວງຊົນມີຄວາມຕື່ນຕົວຕໍ່ການຮັກສາສິ່ງແວດລ້ອມສູງຂຶ້ນ, ຍົກສູງຄວາມຮັບຮູ້ ແລະ ການຍອມຮັບຂອງຜູ້ບໍລິໂພກຕໍ່ຜະລິດຕະພັນແບບໄມ້ໄຜ່ແທນປລາສຕິກ, ຊຸກຍູ້ການບໍລິໂພກ-ອຸປະໂພກ ແລະ ການນໍາໃຊ້ ຜະລິດຕະພັນແບບໄມ້ໄຜ່ແທນປລາສຕິກ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ

ປີ 2024 , “ຢູນນານເປັນແນວໃດ | ທ່ານນາງ ຕາວເລີຍ: ຊຸກຍູ້ການພັດທະນາອຸດສາຫະກໍາແບບເອົາໄມ້ໄຜ່ແທນປລາສຕິກ