ປີ 2024, “ຢູນນານເປັນແນວໃດ | ຄາດວ່າຈະເພີ່ມທະວີ 5%!ເປົ້າໝາຍຍອດມູນຄ່າຜະລິດຕະພັນ ພາຍໃນແຂວງຢູນນານ ປີ 2024 ຢ່າງແນ່ນອນ

2024-01-29 17:41:16
ມາຈາກ:

ຕອນເຊົ້າວັນທີ 24 ມັງກອນນີ້, ສະພາຜູ້ແທນປະຊາຊົນແຂວງຢູນນານ ສະໄໝ 14 ຄັ້ງທີ 2 ໄດ້ໄຂຂຶ້ນຢູ່ນະຄອນຄຸນໝິງຢ່າງເປັນທາງການ.

ໃນບົດລາຍງານວຽກງານອໍານາດການປົກຄອງແຂວງຢູນນານລະບຸວ່າ, ປີ 2024, ເປົ້າໝາຍຕົ້ນຕໍຂອງການພັດທະນາເສດຖະກິດ-ສັງຄົມແຂວງຢູນນານ ສະເໜີວ່າ: ຍອດມູນຄ່າຜະລິດຕະພັນພາຍໃນແຂວງຢູນນານຈະເພີ່ມຂຶ້ນປະມານ 5%, ອັດຕາການເຕີບໂຕຂອງມູນຄ່າເພີ່ມດ້ານອຸດສາຫະກໍາຂະໜາດໃຫຍ່ ເພີ່ມຂຶ້ນປະມານ 7%, ອັດຕາການເຕີບໂຕຂອງການລົງທຶນອຸດສາຫະກໍາ ເພີ່ມຂຶ້ນປະມານ 10%, ອັດຕາການເຕີບໂຕຂອງຍອດມູນຄ່າການຂາຍຍ່ອຍຜະລິດຕະພັນບໍລິໂພກໃນສັງຄົມ ເພີ່ມຂຶ້ນ ປະມານ 7%, ອັດຕາການເຕີບໂຕຂອງຍອດມູນຄ່າການສົ່ງອອກ ເພີ່ມຂຶ້ນ ປະມານ 30%, ອັດຕາການຫວ່າງງານທີ່ສໍາຫຼວດໃນເຂດເມືອງຢູ່ພາຍໃນ 5,5%, ດັດຊະນີລາຄາຜູ້ບໍລິໂພກ ເພີ່ມຂຶ້ນ ປະມານ 3%, ປະລິມານຜົນຜະລິດທັນຍະພືດ ຄົງຕົວຢູ່ທີ່ 19,395 ລ້ານໂຕນຂຶ້ນໄປ.

ແຫຼ່ງຂ່າວ: ເວັບໄຊຢູນນານ

ປີ 2024, “ຢູນນານເປັນແນວໃດ | ຄາດວ່າຈະເພີ່ມທະວີ 5%!ເປົ້າໝາຍຍອດມູນຄ່າຜະລິດຕະພັນ ພາຍໃນແຂວງຢູນນານ ປີ 2024 ຢ່າງແນ່ນອນ