ປີ 2024, “ຢູນນານເປັນແນວໃດ | ປີ 2023 ຕົວເລກ 74,3%ຂອງລາຍຈ່າຍທາງການເງິນ ຂອງອໍານາດການປົກຄອງແຂວງຢູນນານ ແມ່ນໝູນໃຊ້ໃນຊີວິດການເປັນຢູ່ຂອງປະຊາຊົນ

2024-01-29 17:42:30
ມາຈາກ:

ປີ 2023, ການສ້າງວຽກເຮັດງານທໍາໃໝ່ໃນເຂດເມືອງແຂວງຢູນນານເພີ່ມຂຶ້ນ 539.800 ຄົນ, ລາຍຮັບທີ່ຈັບຕ້ອງໄດ້ຂອງພົນລະເມືອງຊົນນະບົດສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນ 8%. ອັດຕາການຫວ່າງງານທີ່ສໍາຫຼວດໃນເຂດເມືອງແມ່ນ 5,3%.

ເຮືອນໃຫ້ເຊົ່າແບບຮັບປະກັນພື້ນຖານຈໍານວນ 50.000 ຊຸດ ເລີ່ມການກໍ່ສ້າງ, ເຊິ່ງໄດ້ແກ້ໄຂບັນຫາຄວາມຫຍຸ້ງຍາກໃນການພັກເຊົາຂອງ ຊາວເມືອງໃໝ່ ແລະ ຄົນໄວໜຸ່ມ ຈໍານວນ 15.000 ຄົນ ໄດ້ຢ່າງມີປະສິດທິພາບ.

ໃນແຕ່ລະກິ່ງແຂວງ (ນະຄອນ) ໄດ້ສ້າງສໍາເລັດໂຮງອາຫານແຫ່ງຄວາມສຸກສໍາລັບຜູ້ແກ່ຊະລາ, ໄດ້ສໍາເລັດການສ້ອມແປ້ງເຮືອນເກົ່າໃຫ້ແກ່ຜູ້ສູນເສຍຄວາມສາມາດ, ຜູ້ພິການ, ຜູ້ອາຍຸສູງທີ່ມີຄວາມຫຍຸ້ງຍາກ ທັງໝົດ 10.700 ຄອບຄົວ.
ແຫຼ່ງຂ່າວ: ເວັບໄຊຢູນນານ, ບັນຊີວີແຊັດທາງການອໍານາດການປົກຄອງແຂວງຢູນນານ

ປີ 2024, “ຢູນນານເປັນແນວໃດ | ປີ 2023 ຕົວເລກ 74,3%ຂອງລາຍຈ່າຍທາງການເງິນ ຂອງອໍານາດການປົກຄອງແຂວງຢູນນານ ແມ່ນໝູນໃຊ້ໃນຊີວິດການເປັນຢູ່ຂອງປະຊາຊົນ