ຕ້າເມິງ ແລະ “ໂລກແຫ່ງຜູ້ມັກຮັກອາໂວກາໂດ” ຂອງລາວ

2024-01-29 17:44:19
ມາຈາກ:

ເມືອງເມີງຫຼຽນ (Menglian) ແຂວງຢູນນານ ມີນາມມະຍົດວ່າ “ບ້ານແຫ່ງອາໂວກາໂດຈີນ”, ຢູ່ແຫ່ງນີ້ມີ ກະສິກອນໄວໜຸ່ມເກີດຫຼັງ 1990 ຄົນໜຶ່ງ ຊື່ວ່າ ດາມົນ.

ຕ້າເມິງ ເຄີຍເປັນນັກສໍາຜັດການທ່ອງທ່ຽວ ແລະ ມືກ້ອງ ໄປທ່ຽວຫຼິ້ນຢູ່ 30 ກວ່າປະເທດ. ປີ 2020, ລາວມາຮອດເມືອງເມີງຫຼຽນ ແລະ ຕັດສິນໃຈໃຊ້ຊີວິດຢູ່ບ່ອນນີ້, ເພື່ອບຸກເບີກພາລະກິດການປູກອາໂວກາໂດ. ໃນສວນຂອງ ຕ້າເມິງ ນອກຈາກມີ ອາໂວກາໂດແລ້ວຍັງໄດ້ປູກໝາກຖົ່ວດິນ, ໝາກນາວ ແລະ ອື່ນໆ. ຕ້າເມິງ ຕັ້ງຊື່ໃຫ້ສວນຂອງຕົນວ່າ “ໂລກແຫ່ງຜູ້ມັກຮັກອາໂວກາໂດ”. “ໂລກແຫ່ງຜູ້ມັກຮັກອາໂວກາໂດ” ບໍ່ພຽງແຕ່ນໍາພາບັນດາທ່ານໄປສູ່ການພັດທະນາອຸດສາຫະກໍາໂດຍຜ່ານ ການປູກອາໂວກາໂດເທົ່ານັ້ນ, ທັງຍັງໄດ້ສອນທຸກທ່ານ ເກັບໜາກໄມ້ເຮັດເປັນ ເອັນໄຊມ໌ (enzyme) ເພື່ອນໍາໃຊ້ໃນວຽກງານການປູກຝັງ ເຊິ່ງເປັນທັກສະນ້ອຍທີ່ກ່ຽວພັນກັບລະບົບນິເວດດິນ.

ທຸກມື້ນີ້, ເນື້ອທີ່ສວນອາໂວກາໂດຂອງຕ້າເມິງຈາກ 15.331 ຕາແມັດ (1,5 ເຮັກຕາ) ໃນໄລຍະເລີ່ມຕົ້ນ ເພີ່ມມາເປັນປະມານ 17,3 ເຮັກຕາ ໃນປັດຈຸບັນນີ້ ແລະ ໄດ້ຈໍາໜ່າຍອາໂວກາໂດໂດຍຜ່ານທາງອອນລາຍ ແລະ ອັອບລາຍ, ໃນລະດູເກັບກ່ຽວປີ 2023 ລາຍຮັບການຈໍາໜ່າຍໄດ້ບັນລຸ 1 ລ້ານຢວນ. ຕ້າເມິງ ຍັງໄດ້ຮ່ວມມືກັບຄອບຄົວກະສິກອນ 96 ຄອບຄົວ ແລະ ໄດ້ປູກຕົ້ນອາໂວກາໂດ 5000 ຕົ້ນ, ສົ່ງເສີມເຂົາເຈົ້າປູກ ອາໂວກາໂດ ໃນດິນເປົ່າເທິງເດີ່ນໜ້າ ແລະ ເດີ່ນຫຼັງຂອງເຮືອນ ພ້ອມທັງປູກອາໂວກາໂດ ປະສົມກັບ ຕົ້ນກາເຟ, ເຊັ່ນນີ້ ບໍ່ພຽງແຕ່ໄດ້ຍົກສູງອັດຕາການນໍາໃຊ້ທີ່ດິນເທົ່ານັ້ນ ຍັງໄດ້ເພີ່ມທະວີລາຍຮັບຂອງເຂົາເຈົ້າອີກດ້ວຍ.

ແຫຼ່ງຂ່າວ: ຫ້ອງການຖະແຫຼງຂ່າວນະຄອນຜູເອີ

ຕ້າເມິງ ແລະ “ໂລກແຫ່ງຜູ້ມັກຮັກອາໂວກາໂດ” ຂອງລາວ