ລາງລົດ 1 ແມັດທີ່ໃຊ້ມາເປັນຮ້ອຍປີ ຈີນ-ຫວຽດນາມ: ຂ້າມພູຂ້າມທະເລ ສັນຈອນຢ່າງໂລ່ງລຽນ

2024-01-29 18:04:14
ມາຈາກ:

ທຸກມື້ຕອນເຊົ້າ 8:00 ໂມງ, ທີ່ຂົວເຫຼັກຂ້າມຊາຍແດນ ຈີນ-ຫວຽດນາມ, ຈະມີຂະບວນລົດໄຟຂົນສົ່ງສິນຄ້າໂດຍໃຊ້ລາງລົດ 1 ແມັດ ຈາກ ແຂວງລາວກາຍ-ສສ ຫວຽດນາມ ແລ່ນເຂົ້າສູ່ເມືອງເຫີໂຂວ (Hekou) ກິ່ງແຂວງປົກຄອງຕົນເອງເຜົ່າຮານີ-ເຜົ່າຢີ ຫົງເຫີ-ສປ ຈີນ. ລາງລົດ 1 ແມັດ ຈີນ-ຫວຽດນາມ ດັ່ງກ່າວ ໄດ້ມີປະຫວັດສາດຍາວນານເຖິງ 100 ກວ່າປີມາແລ້ວ.

ນັບແຕ່ປີ 2023 ເປັນຕົ້ນມາ, ໄປຄຽງຄູ່ກັບການຟື້ນຕົວຂອງເສດຖະກິດຈີນ ນັບມື້ນັບເລັ່ງຕົວຂຶ້ນ, ແຮ່ຊຸນຟູຣິກ ຂອງປະເທດໂອມານ , ສະຫະຣັດອາຣັບເອມິເຣດ, ຊາອຸດິ ອາຣາເບຍ, ຄູເວດ, ກາຊັກສະຖານ ແລະ ປະເທດອື່ນໆ ໄດ້ຖືກຂົນສົ່ງຢ່າງຕໍ່ເນື່ອງໄປຍັງ ທ່າເຮືອຫ້າຍຟອງໃນປະເທດຫວຽດນາມ, ຫຼັງຈາກນັ້ນກໍອາໄສລາງລົດ 1 ແມັດທີ່ໃຊ້ມາເປັນຮ້ອຍປີ ເຂົ້າສູ່ປະເທດຈີນ ແລະ ປຸງແຕ່ງເປັນ ປຸຍເຄມີ, ຕໍ່ມາກໍສົ່ງກັບຄືນ ທ່າເຮືອຫ້າຍຟອງຈາກນັ້ນໂດຍຜ່ານການຂົນສົ່ງທາງທະເລໄປຮອດ ພາກກາງ ແລະ ພາກໃຕ້ຫວຽດນາມ ແລະ ສົ່ງອອກໄປສູ່ປະເທດໄທ, ມາເລເຊຍ, ອິນໂດເນເຊຍ ແລະ ປະເທດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ເປັນຕົ້ນ. ມາຮອດ ວັນທີ 11 ທັນວາ 2023, ດ່ານສາກົນເຫີໂຂວ ຈີນ-ຫວຽດ ໄດ້ຂົນສົ່ງສິນຄ້າຜ່ານທາງທະເລ ແລະ ທາງລົດໄຟ ມີເຖິງ 242.000 ໂຕນ, ໃນນັ້ນ ຈີນໄດ້ນໍາເຂົ້າແຮ່ຊຸນຟູຣິກ 181.000 ໂຕນ ແລະ ສົ່ງອອກ ປຸຍເຄມີ 61.000 ໂຕນ, ຊຶ່ງກໍ່ໃຫ້ເກີດການສົ່ງເສີມຮ່ວມກັນລະຫວ່າງປະເທດ ແລະ ພາຍໃນປະເທດຈີນ.
ແຫຼ່ງຂ່າວ: ເວັບໄຊຢນນານ

ລາງລົດ 1 ແມັດທີ່ໃຊ້ມາເປັນຮ້ອຍປີ ຈີນ-ຫວຽດນາມ: ຂ້າມພູຂ້າມທະເລ ສັນຈອນຢ່າງໂລ່ງລຽນ