ນະຄອນຫາງໂຈ່ວຈີນ ໄດ້ເລີ່ມໃຊ້ລົດແທັກຊີໄຮ້ຄົນຂັບ

2024-01-29 18:05:52
ມາຈາກ:

ວັນທີ 15 ມັງກອນຜ່ານມາ, ສູນບໍລິການຊາວເມືອງນະຄອນຫາງໂຈ່ວ ໄດ້ເປີດບໍລິການລົດແທັກຊີໄຮ້ຄົນຂັບ, ເສັ້ນທາງຂັບມີ 2 ເສັ້ນ ເຊັ່ນ ສູນບໍລິການຊາວເມືອງ ຫາ ສະຖານີຕາເວັນອອກຫາງໂຈ່ວ ແລະ ສູນບໍລິການຊາວເມືອງ ຫາ ສະໜາມບິນສຽວຊານ (Hangzhou), ນີ້ແມ່ນ ເສັ້ນທາງສາທິດຈາກສູນເມືອງໄປຫາສະຖານີລົດໄຟຄວາມໄວສູງທີ່ອາໄສການເຊື່ອມຕໍ່ເຄືອຂ່າຍອັດສະລິຍະແຫ່ງທໍາອິດຂອງຈີນ.

ລົດແທັກຊີໄຮ້ຄົນຂັບ ໃນໄລຍະການເດີນທາງທຸກເທື່ອ ຈະມີຜູ້ຮັບຜິດຊອບຄວາມປອດໄພຄົນໜຶ່ງຕິດຕາມນັ່ງຢູ່ບ່ອນຂັບລົດ, ໃນກໍລະນີມີຄວາມຈໍາເປັນຈະປ່ຽນແທນຂັບລົດດ້ວຍຕົນຢ່າງທັນທີ, ເພື່ອຮັບປະກັນຄວາມປອດໄພໃນການເດີນທາງ. ໃນມື້ເປີດບໍລິການ ຕາມການສໍາຜັດ ລົດສ່ວນຫຼາຍມີຄວາມໄວ 50km/h, ພ້ອມທັງສາມາດຮັບມືຕໍ່ສະພາບການຈະລາຈອນຕິດຂັດໃນເມືອງໄດ້ຢ່າງມີປະສິດທິພາບ.
ແຫຼ່ງຂ່າວ: ເວັບໄຊຂ່າວສານຈີນ

ນະຄອນຫາງໂຈ່ວຈີນ ໄດ້ເລີ່ມໃຊ້ລົດແທັກຊີໄຮ້ຄົນຂັບ