11,690.000 ລ້ານຢວນ! ຜູ້ຮັບເໝົາປູກເຂົ້ານາລາຍໃຫຍ່ ມອບ ອັງປ່າວ ໃຫ້ຊາວນາອີກແລ້ວ

2024-01-29 18:07:19
ມາຈາກ:

ຫວ່າງມໍ່ໆມານີ້, ທີ່ຕາແສງດິນຫູ (Dinghu) ເມືອງອ່ານອີ (Anyi) ນະຄອນນານຊາງ (Nanchang) ແຂວງຈ່ຽງຊີ (Jiangxi), ເງິນສົດຫຼາຍກ້ອນກ້ອງຢູ່ເທິງໂຕະ ໄດ້ລາຍລຽງເປັນພູນ້ອຍ, ຈໍານວນເງີນມີທັງໝົດ () 11,690.000 ຢວນ, ນີ້ແມ່ນເງິນລາງວັນໂບນັດປະຈໍາປີຂອງ ທ່ານ ຫຼີງຈື້ເຫີ ຜູ້ຮັບເໝົາປູກເຂົ້ານາລາຍໃຫຍ່ ມອບໃຫ້ອ້າຍນ້ອງຊາວນາ. ລາວໄດ້ມອບເງິນລາງວັນດັ່ງກ່າວຕິດຕໍ່ກັນ ເປັນເວລາ 13 ປີມາແລ້ວ, ຈໍານວນເງິນສະສົມມີເຖິງ 54,840.000 ລ້ານຢວນ.

“ທ່ານ ມີນຈື່ໜິງ ໄດ້ເງິນລາງວັນ 307.150 ຢວນ” “ທ່ານ ຫຼີຊາວຢາງ ໄດ້ເງິນລາງວັນ 311.650 ຢວນ”, ຜູ້ມີຄວາມສາມາດໃນການປູກເຂົ້າ ທາງໜ້າເອິກສວມໃສ່ດອກແດງ, ໄດ້ຂຶ້ນເວທີຮັບເງິນລາງວັນທ່າມກາງສຽງໄຊໂຍ, ໃນນັ້ນ ຜູ້ໄດ້ລາງວັນທີໜຶ່ງ ແມ່ນ ທ່ານ ຫຼີລ້າຊ້ຽນ ໄດ້ເງິນ 313.590 ຢວນ.

ຄອບຄົວຂອງ ຫຼີລ້າຊ້ຽນ ໄດ້ປູກເຂົ້ານາປະມານ 40 ເຮັກຕາ, ເງິນລາງວັນບວກກັບເງີນເດືອນ ລາຍຮັບສັງລວມເກືອບມີເຖິງ 400.000 ຢວນ, ລາວໄດ້ແບ່ງປັນປະສົບການຂອງຕົນເອງຢ່າງມ່ວນຊື່ນ, “ຂ້ຽວໄປສວນນາ, ຕິດຕາມຢ່າງຂະຫຍັນໝັ້ນພຽນ, ຖ້າຫາກຄຸ້ມຄອງໄດ້ດີ, ກໍຈະມີຜົນຜະລິດສູງ.”

ເງິນລາງວັນທີ່ທ່ານ ຫຼີງຈື້ເຫີ ມອບໃຫ້ຊາວນາ ເອີ້ນ ເງິນລາງວັນຜົນຜະລິດສູງ. ລາວໄດ້ມອບດິນນາໃຫ້ຊາວບ້ານຄຸ້ມຄອງ, ນອກຈາກທຸກເດືອນຈ່າຍເງິນເດືອນພື້ນຖານ 5000 ຢວນ, ຖ້າຫາກຜົນຜະລິດກາຍຕົວເລກກໍານົດໄວ້ ຍັງຈະໄດ້ຮັບເງິນລາງວັນ, ຮູບແບບການບໍລິຫານແບບນີ້ ເຮັດໃຫ້ຊາວນາມີຄວາມກະຕືລືລົ້ນໃນການປູກເຂົ້າຫຼາຍ. ປີ 2023, ອັດຕາຜົນຜະລິດໄດ້ເພີ່ມຂຶ້ນ 10%, ເງິນລາງວັນໄດ້ທະລຸ 10 ລ້ານ ຢວນເປັນຄັ້ງທໍາອິດ.
ແຫຼ່ງຂ່າວ: ສໍານັກຂ່າວຊິນຮວາ, ຫ້ອງການຖະແຫຼງຂ່າວນານຊາງ

11,690.000 ລ້ານຢວນ! ຜູ້ຮັບເໝົາປູກເຂົ້ານາລາຍໃຫຍ່ ມອບ ອັງປ່າວ ໃຫ້ຊາວນາອີກແລ້ວ