ຊາວໜຸ່ມລາວ ເວົ້າວ່າ: ທາງລົດໄຟ ໄດ້ປ່ຽນແປງພວກເຮົາ

2024-01-29 18:23:52
ມາຈາກ:

ຄຽງ​ຄູ່​ກັບ​ທາງ​ລົດ​ໄຟລາວ-ຈີນ ​ໄດ້​ເປີດ​ນຳ​ໃຊ້​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ ເປັນ​ຕົ້ນ​ມາ, ການ​ຂີ່​ລົດ​ໄຟ​ຈາກ​ນະ​ຄອນ​ຄຸນ​ໝິງ ​ແຕ່​ເຊົ້າ ຈະ​ສາ​ມາດ​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຫຼວງວຽງ​ຈັນ​ ໃນ​ຕອນ​ບ່າຍ ຊຶ່ງໄດ້​ອຳ​ນວຍ​ຄວາມ​ສະ​ດວກຫຼາຍກວ່າ​ເກົ່າ​ ໃຫ້​ແກ່​ຊາວ​ໜຸ່ມ​ລາວທີ່​ມາ​ຮຽນ ຫຼື ເຮັດ​ວຽກ​ຢູ່​ຈີນ.

ນາງ​ ສູ​ໄຫ​ຮ​ວາ ນັກ​ສຶກ​ສາ​ລາວ ​ທີ່​ມາ​ຈາກ​ນະ​ຄອນຫຼວງ​ວຽງ​ຈັນ ​ເຫັນ​ວ່າ: ທາງ​ລົດ​ໄຟ​ລາວ-ຈີນ​ ໄດ້​ນຳ​ເອົາ​ການ​ປ່ຽນແປງ​ອັນ​ໃຫຍ່ຫຼວງ​ມາ​ໃຫ້​ແກ່​ຊີ​ວິດ​ຂອງ​ຕົນ, ນາງ ​ເວົ້າ​ວ່າ: ແຕ່​ກ່ອນ, ຂ້ອຍ​ ແລະ ໝູ່​ຮ່ວມ​ຮຽນ​ຂອງ​ຂ້ອຍ ​ຕ້ອງ​ອອກ​ເດີນ​ທາງ​ຈາກ​ນະ​ຄອນຫຼວງວຽງ​ຈັນ​ ແຕ່ 8 ໂມງ​ເຊົ້າ, ຂີ່​ລົດ​ໂດຍ​ສານ​ຫຼາຍ​ສິບ​ຊົ່ວ​ໂມງ, ຈຶ່ງສາ​ມາດ​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຜູ​ເອີ​ ແຂວງ​ຢຸນ​ນານ​ ໃນ​ເວ​ລາ​ປະ​ມານ 7 ໂມງ​ແລງ​ຂອງ​ມື້​ທີ 2, ແຕ່ປັດ​ຈຸ​ບັນ, ຂີ່​ລົດ​ໄຟແມ່ນໃຊ້ເວລາພຽງ 8 ຊົ່ວ​ໂມງ​ກໍ​ຮອດ.

ນາງ ໂຈ່ວ​ວານ​ຈິ່ນ ນັກ​ສຶກ​ສາ​ລາວ​ ທີ່​ຫາ​ກໍ່​ຮຽນ​ຈົບ​ຈາກວິ​ທະ​ຍາ​ໄລ​ຜູ​ເອີ​ ໃນ​ປີ​ກາຍ, ​ໃນ​ຂະ​ນະ ​ທີ່​ນັກ​ສຶກ​ສາ​ສ່ວນຫຼາຍ ຫາ​ກໍ່​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ແມ່ນມີຄວາມ​ຫຍຸ້ງ​​ຍາກໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ, ແຕ່ ນ​າງ​ ສາ​ມາດ​ຊອກ​ໄດ້​ວຽກ​ເຮັດ​ງານ​ທຳ ຍ້ອນ​ໄດ້​ກຳ​ໂອ​ກາດ​ຂອງ​ຍຸກ​ສະ​ໄໝ.

ນາງ​ ໂຈ່ວ​ວານ​ຈິ່ນ ທີ່​ຮຽນ​ຂະ​ແໜງວິ​ຊາ​ບັນ​ຊີ​ ຢູ່​ວິ​ທະ​ຍາ​ໄລ​ຜູ​ເອີ ໄດ້​ຍຶດໝັ້ນ​ຄວາມ​ຝັນ​ຂອງ​ຕົນ​ມາ​ໂດຍ​ຕະຫຼອດ ແລະ ຕັ້ງ​ໃຈ​ຮຽນ​ພາ​ສາ​ຈີນ ​ຢ່າງ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ. ປັດ​ຈຸ​ບັນ, ນາງ​ ສາ​ມາດ​ເວົ້າພາ​ສາ​ຈີນ ​ໄດ້​ຢ່າງລ່ຽນ​ໄຫຼ, ນາງ ​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ: ຂ້ອຍ​ໄດ້​ໂອ​ກາດ​ເຮັດ​ວຽກ​ທີ່​ດີ, ນັ້ນ​ກໍ​ຄື ຂ້ອຍ​ຈະ​ໄປ​ເຮັດ​ວຽກ​ຢູ່​ທະ​ນາ​ຄານ​ອຸດ​ສາ​ຫະກຳ​ການ​ຄ້າ​ຈີນ ຫຼື ICBC ສາ​ຂາ​ນະ​ຄອນຫຼວງວຽງ​ຈັນ, ນີ້​ແມ່ນ​ໂອ​ກາດ​ເຮັດ​ວຽກ​ທີ່​ຊາວ​ໜຸ່ມ​ທັງຫຼາຍ​ຢາກ​ໄດ້​ເຊັ່ນ​ກັນ.

ພາຍຫຼັງ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ ​ລາວ-ຈີນ​, ຊາວ​ໜຸ່ມ​ລາວ ​ທີ່​ຮຽນ​ຕໍ່​ຢູ່​ຈີນ​ ກໍ​ສາ​ມາດ​ຊອກ​ພົບ​ໂອ​ກາດ​ການ​ຄ້າ. ​ໃນ​ເວ​ລາ ທ້າວ​ ວາງ​ຈື້​ເສິງ ທີ່​ມາ​ຈາກ​ແຂວງ​ຜົ້ງ​ສາ​ລີ ຮຽນ​ຢູ່​ວິ​ທະ​ຍາ​ໄລ​ຜູ​ເອີ ໃນ​ປີ 2019, ລາວ​ ໄດ້​ສຳ​ຜັດ​ກັບ​ສີ​ມືປຸງ​ແຕ່ງຊາ​ຜູ​ເອີ, ກໍ​ເລີຍ​ຕັດ​ສິນ​ໃຈ​ຢາກ​ນຳ​ເອົາ​ບົດ​ຮຽນ ​ແລະ ແຜນ​ການພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຊາ​ຂອງ​ຈີນ​ ກັບ​ເມືອ​ບ້ານ​ເກີດ​ຂອ​ງ​ຕົນ ເພື່ອ​ພັດ​ທະ​ນາ​ອຸດ​ສາຫະ​ກຳ​ຊາ​ ຢູ່​ແຂວງ​ຜົ້ງ​ສາ​ລີ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ທ້ອງ​ຖິ່ນ.

ໃນ​ໄລ​ຍະ​ຮຽນ​ຢູ່​ຈີນ, ທ້າວ​ ວາງ​ຈື້​ເສິງ ​ໄດ້​ໄປທ່ຽວ​ຕະຫຼາດ​ຊາຫຼາຍ​ແຫ່ງ, ໄດ້​ໂຄ​ສະ​ນາ​ເຜີຍ​ແຜ່​ໃບ​ຊາ​ຜົ້ງ​ສາ​ລີ ແລະ ຫວັງ​ວ່າ​ ຈະ​ສາ​ມາດ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ນັກ​ທຸ​ລະ​ກິດ​ຈີນ​ ໄດ້​ດີກວ່າ​ເກົ່າ. ລາວ ​ເວົ້າ​ວ່າ: ແຂວງ​ຜົ້ງ​ສາ​ລີ​ ແມ່ນ​ແຫຼ່ງ​ຜະ​ລິດ​ຊາ​ທີ່​ດີ, ຄ້າຍ​ຄື​ກັບ​ນະ​ຄອນ​ຜູ​ເອີ ​ຂອງ​ຈີນ. ພາຍຫຼັງ​ຂ້ອຍ​ມາ​ຮອດ​ນະ​ຄອນ​ຜູ​ເອີ​ແລ້ວ, ໄດ້​ເຫັນ​ໃບ​ຊາ​ຊະນິດ​ຕ່າງໆ ແລະ ຍີ່​ຫໍ້​ຕ່າງໆ, ສີ​ມື​ປຸງ​ແຕ່ງ​ຊາ​ຢູ່​ແຫ່ງ​ນີ້ ​ກໍ​ທັນ​ສະ​ໄໝຫຼາຍ ແລະ ມີ​ບັນ​ຍາ​ກາດ​ການ​ຄ້າ​ທີ່​ເຂັ້ມ​ຂຸ້ນ ຊຶ່ງ​ເປັນ​ສິ່ງ​ທີ່ສົນໃຈເພື່ອໃຫ້ຂ້ອຍ​ຖອດ​ຖອນ​ບົດ​ຮຽນໄດ້ຫຼາຍ.

“ຂ້ອຍ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ຮຽນ​ຢູ່​ຈີນ​ຂອງ​ຕົນ ເພື່ອ​ທຳ​ການ​ຄ້າ​ຂາຍ ​ລະ​ຫວ່າງ​ ຈີນ ແລະ ລາວ.” “ທິວ​ທັດ​ທຳ​ມະ​ຊາດ​ຂອງ​ບ້ານ​ເກີດ​ຂອງ​ຂ້ອຍ​ງາມຫຼາຍ, ຍັງ​ມີ​ອາ​ຫານ​ທີ່​ແຊບ​ຫຼາຍ​ຢ່າງ, ຍິນ​ດີ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນໄປ​ທ່ຽວປະ​ເທດ​ລາວ.”
ນັກຂ່າວ: ບົວໃສ

ຊາວໜຸ່ມລາວ ເວົ້າວ່າ: ທາງລົດໄຟ ໄດ້ປ່ຽນແປງພວກເຮົາ