ທ່ານວາງຢີ້ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງຈີນແລະຝຣັ່ງສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ

2024-01-29 18:43:11
ມາຈາກ:CRI

ວັນທີ 25 ມັງກອນນີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງຈີນແລະຝຣັ່ງ ໃນໂອກາດສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.

ທ່ານວາງຢີ້ກ່າວວ່າ: ໃນຖານະເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະ ປະເທດໃຫຍ່ທີ່ເອກະລາດແລະເປັນເຈົ້າຕົນເອງ, ຈີນ ແລະ ຝຣັ່ງຄວນສືບທອດມູນເຊື້ອທີ່ດີງາມ, ມີນ້ຳໃຈຮັບຜິດຊອບ ເພື່ອນຳພາການພົວພັນຈີນ-ເອີຣົບຂະຫຍາຍຕົວຢ່າງໜັກແໜ້ນແລະຖາວອນ, ປະກອບສ່ວນຫຼາຍກວ່າເກົ່າ ເພື່ອສັນຕິພາບ, ການພັດທະນາ ແລະ ຄວາມກ້າວໜ້າຂອງໂລກ.

ທ່ານເບີຕຣັນ ລໍໂທລາຣີ ເອກອັກຄະລັດຖະທູດຝຣັ່ງປະຈຳຈີນໄດ້ຕາງໜ້າຝ່າຍຝຣັ່ງກ່າວຄຳປາໄສວ່າ: ຝຣັ່ງຈະຮ່ວມກັນຈັດຕັ້ງປະຕິບັດຕາມຄວາມເຫັນທີ່ເປັນເອກະພາບກັນລະຫວ່າງປະມຸກລັດສອງປະເທດເປັນຢ່າງດີ, ສືບທອດທ່ວງທ່າຂະຫຍາຍຕົວຢ່າງຕັ້ງໜ້າແຫ່ງການພົວພັນລະຫວ່າງສອງຝ່າຍ ເພື່ອຂຽນປະຫວັດສາດມິດຕະພາບທີ່ເປັນໜ້າໃໝ່ລະຫວ່າງສອງປະເທດໃນຍຸກໃໝ່.

ທ່ານວາງຢີ້ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງຈີນແລະຝຣັ່ງສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ