ຈີນ ແລະ ໄທ ເຊັນສັນຍາຍົກເວັ້ນວີຊ່າຕໍ່ກັນສຳລັບຜູ້ຖືປັດສະປໍທຳມະດາ

2024-01-31 11:23:28
ມາຈາກ:

ວັນທີ 28 ມັງກອນນີ້, ຜູ້ຕາງໜ້າລັດຖະບານແຫ່ງສາທາລະນະລັດປະຊາຊົນຈີນ ແລະ ລາຊະອານາຈັກໄທໄດ້ເຊັນ"ສັນຍາຍົກເວັ້ນວີຊ່າຕໍ່ກັນສຳລັບຜູ້ຖືປັດສະປໍທຳມະດາ" ຢູ່ທີ່ນະຄອນຫຼວງບາງກອກປະເທດໄທ. ເຊິ່ງສັນຍາດັ່ງກ່າວຈະມີຜົນບັງຄັບໃຊ້ຢ່າງເປັນທາງການ ແຕ່ວັນທີ 1 ມີນາ ປີ 2024 ເປັນຕົ້ນໄປ.

ຈາກນັ້ນ, ຄົນຈີນທີ່ຖືປັດສະປໍລັດຖະການທຳມະດາ ແລະ ປັດສະປໍທຳມະດາ ແລະ ຄົນໄທທີ່ຖືປັດສະປໍທຳມະດາສາມາດເຂົ້າໄປປະເທດອື່ນໄດ້ໂດຍບໍ່ຕ້ອງມີວີຊ່າໄລຍະພັກຄັ້ງດຽວບໍ່ເກີນ 30 ວັນ (ບໍ່ເກີນ 90 ວັນເມື່ອສະສົມຢູ່ໃນປະເທດອື່ນທຸກໆ 180 ວັນ). ຜູ້ທີ່ເຂົ້າໄປໃນປະເທດອື່ນເພື່ອປະກອບກິດຈະກໍາທີ່ຕ້ອງຜ່ານການອະນຸມັດກ່ອນ, ເຊັ່ນ: ການເຮັດວຽກ, ການສຶກສາ, ການລາຍງານຂ່າວ, ແລະ ການຕັ້ງຖິ່ນຖານ, ຫຼື ຜູ້ທີ່ວາງແຜນທີ່ຈະຢູ່ໃນປະເທດອື່ນຫຼາຍກວ່າ 30 ມື້, ຕ້ອງໄດ້ຂໍວີຊ່າທີ່ສອດຄ່ອງກັນກ່ອນທີ່ຈະເຂົ້າມາປະເທດອື່ນ.

ແຫຼ່ງຂ່າວ: ສຳນັກຂ່າວຊິນຮວາ

ຈີນ ແລະ ໄທ ເຊັນສັນຍາຍົກເວັ້ນວີຊ່າຕໍ່ກັນສຳລັບຜູ້ຖືປັດສະປໍທຳມະດາ